ພິທີອອກສະເຫນີຕົວຫນ້າເວັບ shidai.com
|
(vovworld)-ວັນທີ 16/6, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີອອກສະເໜີຕົວຫນ້າເວັບ ຂອງຫນັງສືພິມຍຸກສະໄຫມ(Báo thời đại) ດ້ວຍພາສາຈີນ ທີ່ມີລະຫັດ shidai.com, ຫລື shidai.vn, ທ່ານ ຫວູຊວນຮົ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດ ຫວຽດນາມ ມີຫນ້າເວັບສະແດງສຽງເວົ້າຂອງປະຊາຊົນຫວຽດນາມຢ່າງເປັນທາງການ, ສຽງເວົ້າຂອງບັນດາອົງການຈັດຕັ້ງສັງຄົມຫວຽດນາມ ດ້ວຍພາສາຈີນ. ທ່ານ ເລກວາງທ້ຽນ, ບັນນາທິການໃຫຍ່ ຫນັງສືພິມຍຸກສະໄຫມ ເນັ້ນຫນັກວ່າ: ຫນ້າເວັບດັ່ງກ່າວ ແມ່ນຊອ່ງຂໍ້ມູນຂ່າວການຕ່າງປະເທດປະຊາຊົນ ສ່ອງແສງຄວາມມູ່ງມາດປາດຖະຫນາຮັກຫອມສັນຕິພາບ, ຖືມິດຕະພາບເປັນສຳຄັນ ແລະ ເຈດຈຳນົງປົກປັກຮັກສາປະເທດຊາດກໍຄືມູນເຊື້ອຮັກຊາດຢ່າງແຮງກ້າຂອງປະຊາຊົນຫວຽດນາມ.