(vovworld) - ວັນທີ 10/8, ຢ່າງໜ້ອຍສຸດມີ 58 ຄົນເສຍຊີວິດ ແລະ 100 ກວ່າຄົນຮັບບາດເຈັບໃນການວາງລະເບີດນອງເລືອດ 2 ຄັ້ງຢູ່ແຂວງ Diyala, ທາງຕາເວັນອອກອີຮັກ, IS ຍອມຮັບໄດ້ຢືນຢູ່ເບື້ອງຫຼັງເຫດການນີ້. ຕາມແຫຼ່ງຂ່າວຂອງຕຳຫຼວດ ແລະ ສາທາລະນະສຸກ. ເຫດວາງລະເບີດຢູ່ເຂດຕະຫຼາດ Huwaidar , ຫ່າງຈາກເມືອງເອກ Baquba ຂອງ Diyala ໄປທາງທິດເໜືອ ປະມານ 4 ກມ, ເຮັດໃຫ້ 51 ຄົນເສຍຊີວິດ ແລະ ຢ່າງໜ້ອຍສຸດມີ 80 ຄົນຮັບບາດເຈັບ. ໃນຂະນະນັ້ນຢູ່ທາງທິດຕາເວັນອອກ Baquba, IS ໄດ້ວາງລະເບີດຢຸ່ປ້ອມກວດກາຂອງກອງທັບອີຣັກ ແລະ ກຸ່ມປະກອບອາວຸດ Hashid Shaab ປົກປ້ອງຊາວ Shiite, ເຮັດໃຫ້ 7 ຄົນເສຍຊີວິດ ແລະ 25 ຄົນຮັບບາດເຈັບ.