ອະດີດນາຍົກລັດຖະມົນຕີ Park Geun hye ຖືກຈັບຕົວ
ອະດີດນາຍົກລັດຖະມົນຕີ Park Geun hye ຖືກຈັບຕົວ
(ພາບ: THX/ TTXVN)
(vovworld) - ຮຸ່ງເຊົ້າວັນທີ 31/03, ທ່ານນາງອະດີດປະທານາທິບໍດີສ.ເກົາຫຼີ Park Geun hye ຖືກຈັບຕົວໃນການສືບສວນກ່ຽວກັບເຫດສັບສົນດ້ານການເມືອງຂອງປະເທດນີ້ ເຮັດໃຫ້ທ່ານນາງຖືກປົດຕຳແໜ່ງ. ພາຍຫຼັງການສອບຖາມທີ່ແກ່ຍາວໃນວັນທີ 30/03, ສານເມືອງ ໃຈກາງເຊີອຸ່ນ ໄດ້ໃຫ້ສັດຕະຍາບັນອອກຄຳສັ່ງຈັບຕົວທ່ານນາງ Park Geun hye ດ້ວຍບັນດາກ່າວຫາຄື: ຮັບສິນບົນ, ສວຍໃຊ້ສິດອຳນາດ ແລະ ເປີດເຜີຍຄວາມລັບຂອງລັດຖະບານ. ທ່ານນາງ Park Geun hye ຖືກປົດຕຳແໜ່ງປະທານາທິບໍດີ ຕາມຄຳຕັດສິນຂອງສານລັດຖະທຳມະນູນສ.ເກົາຫຼີ ເມື່ອວັນທີ 10/03 ຜ່ານມາ. ກຸ່ມນັກໄອຍະການພິເສດ ໄດ້ສົ່ງຄຳສະເໜີຂຶ້ນສານເມືອງໃຈກາງ ເຊີອຸ່ນ ໃນວັນທີ 27/03 ຂໍຄຳສັ່ງຈັບຕົວທ່ານນາງ.