ອະດີດປະທານພັນທະມິດ ສສມິດຕະພາບຍີ່ປຸ່ນ - ຫວຽດນາມ ມາຢ້ຽມຢາມຫວຽດນາມ

ອະດີດປະທານພັນທະມິດ ສສມິດຕະພາບຍີ່ປຸ່ນ - ຫວຽດນາມ ມາຢ້ຽມຢາມຫວຽດນາມ - ảnh 1
ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ ຕ້ອນຮັບ​
ທ່ານ Takebe Tsutomu, ອະ​ດີດປະທານ​ພັນທະ​ມິດ​ສສມິດຕະພາບ​ຍີ່​ປຸ່ນ - ຫວຽດນາມ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍວັນ​ທີ 11/03, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Takebe Tsutomu, ອະ​ດີດປະທານ​ພັນທະ​ມິດ​ສະມາຊິກສະພາ​ແຫ່ງ​ຊາ​ດ​​ມິດຕະພາບ​ຍີ່​ປຸ່ນ - ຫວຽດນາມ ທ​ີ່ພວມ​ຢູ່​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ ໂຕ​ຮຸຍ​ເຣື໋ອ ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ ​ແລະ ພັດທະນາການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່​ປຸ່ນ ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ Takebe ​ໃນ​ການ​​ເພີ່ມ​ທະວີ, ​ປັບປຸງ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ນັບ​ທັງ​​ໃນຂົງ​ເຂດ​ການ​ເມືອງ, ຮ່ວມ​ມື​ເສດຖະກິດ ກໍ​ຄື​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ທ່ານ ໂຕ​ຮຸຍ​ເຣື໋ອ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ, ທ່ານ Takebe ສື​ບຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ