ອະດີດຮອງປະທານາທິບໍດີ Biden ມີຄະແນນນຳໜ້າທ່ານປະທານາທິບໍດີ Trump ໃນການຢັ່ງຫາງສຽງ

(VOVWORLD) - ຕາມ Washington Post ແລ້ວ, ຜູ້ອອກສະໝັກ Joe Biden ໄດ້ມີຄະແນນສຽງລື່ນທ່ານປະທານາທິບໍດີ Trump 7% ຂອງຈຳນວນບັດສະໜັບສະໜູນຈາກບັນດາຜູ້ສະໝັກເລືອກຕັ້ງເອກະລາດ.

ຕາມໝາກຜົນແຫ່ງການຢັ່ງຫາງສຽງຂອງ Washington Post ແລະ ABC News ຫວ່າງແລ້ວນີ້, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden, ຜູ້ອອກສະໝັກແຖວໜ້າໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ຂອງພັກປະຊາທິປະໄຕ ພວມມີຄະແນນນຳໜ້າກ່ວາທ່ານປະທານາທິບໍດີ ອາເມລິກາ Donald Trump ໃນການແຂ່ງຂັນທົດລອງລະຫວ່າງ 2 ທ່ານດັ່ງກ່າວ.

ອະດີດຮອງປະທານາທິບໍດີ Biden ມີຄະແນນນຳໜ້າທ່ານປະທານາທິບໍດີ Trump ໃນການຢັ່ງຫາງສຽງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump   ແລະ ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)

        ໂດຍລະອຽດແມ່ນໃນການຢັ່ງຫາງສຽງ, ທ່ານ Biden ໄດ້ຮັບບັດສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງ 53% ເມື່ອທຽບໃສ່ອັດຕາສະໜັບສະໜູນ 43% ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ຕາມ Washington Post ແລ້ວ, ຜູ້ອອກສະໝັກ Joe Biden ໄດ້ມີຄະແນນສຽງລື່ນທ່ານປະທານາທິບໍດີ Trump 7% ຂອງຈຳນວນບັດສະໜັບສະໜູນຈາກບັນດາຜູ້ສະໝັກເລືອກຕັ້ງເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ