ອະ​ນຸ​ມັດ​ຜ່ານ ຍຸດ​ທະ​ສາດ​ການ​ເງິນ​ຮອດ​ປີ 2030

(VOVWORLD) -ເປົ້າໝາຍ ແລະ ໜ້າທີ່ລະອຽດຂອງຍຸດທະສາດແມ່ນຮັບປະກັນແຫຼ່ງກຳລັງດ້ານການເງິນງົບປະມານປະກອບສ່ວນປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 
ອະ​ນຸ​ມັດ​ຜ່ານ ຍຸດ​ທະ​ສາດ​ການ​ເງິນ​ຮອດ​ປີ 2030 - ảnh 1ພາບປະກອບ: TTXVN

ວັນທີ 21 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ້າຍ ໄດ້ອະນຸມັດຜ່ານຍຸດທະສາດການເງິນ ຮອດປີ 2030. ເປົ້າໝາຍ ແລະ ໜ້າທີ່ລະອຽດຂອງຍຸດທະສາດແມ່ນຮັບປະກັນແຫຼ່ງກຳລັງດ້ານການເງິນງົບປະມານປະກອບສ່ວນປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຕາມນັ້ນແລ້ວ, ອັດຕາລະດົມເຂົ້າງົບປະມານແຫ່ງລັດໄລຍະ 2021 – 2025 ໄລ່ສະເລ່ຍບໍ່ຕ່ຳກ່ວາ 16% GDP ແລະ ໄລຍະ 2026 – 2030 ປະມານ 16 – 17% GDP. ການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດມີປະສິດທິຜົນ, ສືບຕໍ່ສ້າງໂຄງປະກອບ ລາຍຈ່າຍງົບປະມານແຫ່ງລັດຄືນໃໝ່ຕາມທິດຍືນຍົງ, ໃຫ້ບູລະມະສິດການລົງທຶນພັດທະນາ ແລະ ຮັບປະກັນແຫຼ່ງກຳລັງໃຫ້ແກ່ການຈ່າຍໜິ້ສິນ, ເພີ່ມທະວີແຫຼ່ງກຳລັງງົບປະມານແຫ່ງລັດ ໃຫ້ບ້ວງສຳຮອງແຫ່ງຊາດ, ເພີ່ມລາຍຈ່າຍການລົງທຶນພັດທະນາມະນຸດ ແລະ ຮັບປະກັນຊີວິດສັງຄົມ. ຕາມຂໍ້ຕົກລົງ, ຫວຽດນາມ ຈະຄຸ້ມຄອງໜິີ້ສາທາລະນະຢ່າງເຄັ່ງຄັດ, ຮັບປະກັນຄວາມປອດໄພໃນໜີ້ສາທາລະນະ ແລະ ຄວາມໝັ້ນຄົງດ້ານການເງິນແຫ່ງຊາດ, ພັດທະນາການຕະຫຼາດການເງິນ ແລະ ການບໍລິການການເງິນຢ່າງຄົບຊຸດ, ໂປ່ງໃສ ແລະ ຍືນຍົງ, ປະຕິບັດການສ້າງໂຄງປະກອບຄືນໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງວິສາຫະກິດແຫ່ງລັດ, ຍູ້ແຮງການປະຕິບັດລາຄາຕະຫຼາດສຳລັບບາງປະເພດສິນຄ້າ, ການບໍລິການສາທາລະນະ, ກໍ່ສ້າງລະບົບຂໍ້ມູນຄຸ້ມຄອງພາສີແບບປະສົມຢ່າງເປີດເຜີຍ, ໂປ່ງໃສ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ