ອະນາຄົດປະເທດຊາດແມ່ນຂຶ້ນກັບລຸ້ນໜຸ່ມ
ທ່ານນາງ ດັ້ງທິງອກທີ້ງ ກ່າວຄຳເຫັນທີ່ການຕ້ອນຮັບ
|
(vovworld) - ຕອນເຊົ້າວັນທີ 29/12, ກ່າວຄວາມເຫັນທີ່ການພົບປະປຸກລະດົມຜູ້ແທນ 10 ຄົນທີ່ໄດ້ຮັບລາງວັນໜ່ວຍພິພົບຄຳ ແລະ ນັກສຶກສາຍິງທີ່ດີເດັ່ນ 20 ຄົນ ເຊິ່ງໄດ້ຮັບລາງວັນນັກສຶກສາຍິງທີ່ດີເດັ່ນໃນຂົງເຂດເຕັກນິກ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢືນຢັນວ່າ, ອະນາຄົດປະເທດຊາດແມ່ນຂຶ້ນກັບລຸ້ນໜຸ່ມ, ບັນດານັກວິທະຍາສາດໜຸ່ມໃນປະຈຸບັນ. ທ່ານນາງຮອງປະທານປະເທດຖືວ່າ, ເພື່ອໄດ້ຮັບລາງວັນດັ່ງກ່າວ, ບັນດາເພື່ອນໜຸ່ມຕ້ອງມີຄວາມມານະພະຍາຍາມຫຼາຍທີ່ສຸດ, ຕ້ອງມີຜົນງານດີເດັ່ນໃນການຮຳ່ຮຽນ, ຄົ້ນຄ້ວາ. ບັນດາແບບຢ່າງທີ່ດີເດັ່ນເຫຼົ່ານີ້ແມ່ນບັນດາຜູ້ທີ່ມີຄວາມໄຝ່ຝັນ, ມີອຸດົມຄະຕິ, ມີຫຼາຍຄົນເຄີຍໄດ້ຮັບການຮຳ່ຮຽນຢູ່ຕ່າງປະເທດ, ກັບເມື່ອເພື່ອຮັບໃຊ້ປະເທດຊາດ. ນີ້ແມ່ນສິ່ງປະເສີດທີ່ສຸດ. ລາງວັນ ວິທະຍາສາດ ແລະ ເຕັກໂນໂລຢີ ຊາວໜຸ່ມ ໜ່ວຍພິພົບຄຳ ໂດຍສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນເປັນເຈົ້າພາບ ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງປະຈຳປີ ເພື່ອແນໃສ່ຄົ້ນພົບ, ເຊີດຊູບັນດາຄົນໜຸ່ມທີ່ມີຄວາມສາມາດພິເສດ ແລະ ດີເດັ່ນໃນຂົງເຂດ ວິທະຍາສາດ ແລະ ເຕັກໂນໂລຢີ.