(VOVWORLD) -ນອກຈາກທ່າແຮງດ້ານພົນລະເມືອງ, ບຸລິມະສິດດ້ານພາສີ, ສະພາບການເມືອງມີສະຖຽນລະພາບແມ່ນປັດໃຈທີ່ໄດ້ຮັບການຕີລາຄາສູງຈາກບັນດາວິສາຫະກິດ ຍີ່ປຸ່ນ ເມື່ອສຶກສາຄົ້ນຄວ້າການລົງທຶນ.
ກອງປະຊຸມສຳມະນາອະສັງຫາລິມະຊັບ ຫວຽດນາມ
(ພາບ: TTXVN)
|
ທີ່ “ກອງປະຊຸມສຳມະນາອະສັງຫາລິມະຊັບ ຫວຽດນາມ: ເຂົ້າໃຈແຈ້ງຕະຫຼາດອະສັງຫາລິມະຊັບ ຫວຽດນາມ ໃນເວລາ 3 ຊົ່ວໂມງ” ເຊິ່ງຈັດຂຶ້ນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ໃນວັນທີ 01 ເມສາ, ບໍລິສັດ Vinhomes (ຫວຽດນາມ) ພ້ອມກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບສະພາບການ ແລະ ກາລະໂອກາດລົງທຶນເຂົ້າຕະຫຼາດອະສັງຫາລິມະຊັບຂອງ ຫວຽດນາມ ເຖິງບັນດານັກລົງທຶນ. ກອງປະຊຸມສຳມະນາດຶງດູດເກືອບ 200 ວິສາຫະກິດ ແລະ ນັກລົງທຶນຍີ່ປຸ່ນເຂົ້າຮ່ວມ.
ຕາມບັນດານັກລົງທຶນອະສັງຫາລິມະຊັບແລ້ວ, ຕະຫຼາດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງ. ນອກຈາກທ່າແຮງດ້ານພົນລະເມືອງ, ບຸລິມະສິດດ້ານພາສີ, ສະພາບການເມືອງມີສະຖຽນລະພາບແມ່ນປັດໃຈທີ່ໄດ້ຮັບການຕີລາຄາສູງຈາກບັນດາວິສາຫະກິດ ຍີ່ປຸ່ນ ເມື່ອສຶກສາຄົ້ນຄວ້າການລົງທຶນ. ປະຈຸບັນ, ຫວຽດນາມ ມີບັນດາຂົງເຂດອະຊັບຫາລິມະຊັບທີ່ຍັງມີຄວາມສາມາດບົ່ມຊ້ອນພັດທະນາຄື: ຫ້ອງການໃຫ້ເຊົ່າ, ໂຮງແຮມ, ຫ້ອງອາພາດເມັນຄຸນນະພາບສູງ...