ອາຊີ - ປາຊີຟີກ ສືບຕໍ່ແມ່ນຈຸດ ຜົ້ນເດັ່ນຂອງພື້ນຖານເສດຖະກິດ ທົ່ວໂລກ

ອາຊີ - ປາຊີຟີກ ສືບຕໍ່ແມ່ນຈຸດ ຜົ້ນເດັ່ນຂອງພື້ນຖານເສດຖະກິດ ທົ່ວໂລກ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ການ​​ມືດ​ມົວຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກນັ້ນ, ທະນາຄານ​ໂລກ (WB) ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ຂອງ​ພາກ​ພື້ນອາຊີ - ປາຊີ​ຟີກ ​ພວມ​​ໄດ້​ຮັບ​ການເຕີບ​ໂຕ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນການພັດທະນາ. ບົດ​ລາຍ​ງານ​ປະກາດ​ໃນ​ວັນ​ທີ 19/12 ​ຂອງ WB ​ຄາດ​ຄະ​ເນ​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ອາຊີ - ປາຊີ​ຟີ​ກ ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ 7,5% ​ໃນ​ປີ 2012, ຕຳ​ກວ່າ​ລະດັບ 8,3% ຂອງ​ປີ 2011 ​ແຕ່​ຈະ​ບັນລຸ​ລະດັບ​ເຕີບ​ໂຕ​ 7,9% ​ຄືນ​ໃໝ່ໃນ​ປີ 2013. ບົດ​ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຢູ່​ອາຊີ​​ຕາ​ເວັນ​ອອກ, ນອກຈາກ​ຈີນ, ລ້ວນ​ແຕ່ບັນລຸ​ລະດັບ​ເຕີບ​ໂຕ​ສະ​ເລ່ຍ 5,6% ​ໃນ​ປີ 2012, ສູງ​ກວ່າ​ລະດັບ 4,4% ຂອງປີ 2011. ສິ່ງ​ທີ່​ໜ້າ​ສົນ​ໃຈນັ້ນ​ແມ່ນ​ ການ​ຟື້ນ​ຟູ​ຂອງ​ໄທ ພາຍຫຼັງ​​ເກີດ​​ເຫດໄພ​ນ້ຳ​ຖວ້ມຄັ້ງ​ປະຫວັດ​ສາດ​ເມື່ອ​ປີ 2011, ການ​ເຕີບ​ໂຕ​ຢ່າງ​ແຮງ​ຂອງ ຟີ​ລິບ​ປີນ, ການ​ຊຸດ​ໂຊມ​ຢູ່ໃນ​ລະດັບ​ຕໍ່າຂອງ ​ຫວຽດນາມ ​ແລະ ອີນ​​ໂດ​ເນ​ເ​ຊຍ ​ໄດ້​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ການ​ຟື້ນ​ຟູ​ດັ່ງກ່າວ​ຂອງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ