ອາຊີຕາເວັນອອກ ເພີ່ມທະວີການເຊື່ອມຈອດໃນພາກພື້ນ

ອາຊີຕາເວັນອອກ ເພີ່ມທະວີການເຊື່ອມຈອດໃນພາກພື້ນ - ảnh 1​ເວທີ​ປາ​ໄສ​ເສດຖະກິດ​ໂລກ ອາຊີ​ຕາ​ເວັນ​ອອກ ປີ 2012
ພາບ:quochoi.org


(vovworld) -  ອາຊີ​ຕາ​ເວັນ​ອອກ ຄວນ​ຊຸກຍູ້​ການ​ຮ່ວມ​ມື​ກໍ​ຄື​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິ່ງຣັກ ຊີ​ນະ​ວັດ ທີ່​ເວທີ​ປາ​ໄສ​ເສດຖະກິດ​ໂລກ ອາຊີ​ຕາ​ເວັນ​ອອກ ປີ 2012 ຊຶ່ງ​ອັດ​ລົງ​ໃນ​ວັນ​ທີ 1/6. ທ່ານ​ນາງ ຍິ່ງຣັກ ​ໃຫ້​ຮູ້​ວ່າ: ມີ ສາມ​ບັນຫາ​ໃນ​ການ​ເຊື່ອມ​ຈອດ​ພາກ​ພື້ນ. ທີ​ຫນຶ່ງ​ແມ່ນ ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ຈອດ​ທາງ​ດ້ານ​ວັດຖຸ. ທີ​ສອງ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ບັນຫາ​ເຊື່ອມ​ຈອດ​ຂົງ​ເຂດ​ບໍ່​ແມ່ນ​ວັດຖຸ, ​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ ຕ້ອງມີ​ກົດໝາຍ ​ແລະ ຂໍ້​ກຳນົດ​ທາງ​ດ້ານ​ກົດໝາຍ ໝາ​ຍຄວາມ​ວ່າ ຂໍ້​ຕົກລົງ​ກ່ຽວ​ກັບ​ດ້ານ​ຂົງສົ່ງ​ຂ້າມ​ຊາຍ​ແດນ​ລະຫວ່າງ​ບັນດາ​ປະ​ເທດ​​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຄວນ​ໄດ້​ຮັບ​ການ​ສ້າງ​ໃຫ້​ສຳ​ເລັດ​ໂດຍ​ໄວ. ຂົງ​ເຂດ​ທີ​ສາມ ​ແມ່ນ​ເລື່ອງ​ຜັນ​ຂະຫຍາຍ​ການ​ເຊື່ອມ​ຈອດ​ນອກ​ພາກ​ພື້ນ ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກ. ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ກໍ​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ອາຊີ​ຕາ​ເວັນ​ອອກ​ກວ່າ​ອີກ.

 

 

ຂ່າວ/ບົດ​ອື່ນ