ອາຊຽນ 2020: ການນຳບັນດາປະເທດແລະອົງການຈັດຕັ້ງສາກົນຕີລາຄາສູງບົດບາດຂອງຫວຽດນາມໃນການຈັດກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3

(VOVWORLD) -ກອງປະຊຸມສຸດຍອດທາງອອນລາຍອາຊຽນ + 3 ເຊິ່ງໄດ້ຈັດຂຶ້ນໃນວັນດຽວກັນນັ້ນ ມີຄວາມໝາຍສຳຄັນໃນຈຸດເວລາທີ່ໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງຮ້າຍແຮງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ອາຊຽນ 2020: ການນຳບັນດາປະເທດແລະອົງການຈັດຕັ້ງສາກົນຕີລາຄາສູງບົດບາດຂອງຫວຽດນາມໃນການຈັດກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ + 3 - ảnh 1

ພາບຖ່າຍກອງປະຊຸມ

(ພາບ: moit.gov.vn)

ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນໃນວັນທີ 14 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ Motegi Toshimitsu ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຸດຍອດທາງອອນລາຍອາຊຽນ + 3 ເຊິ່ງໄດ້ຈັດຂຶ້ນໃນວັນດຽວກັນນັ້ນ ມີຄວາມໝາຍສຳຄັນໃນຈຸດເວລາທີ່ໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງຮ້າຍແຮງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີ Motegi ກໍ່ໃຫ້ຮູ້ວ່າ, ໃນສະພາບບັນດາກອງປະຊຸມໃຫຍ່ປະຈຳປີຕ້ອງໄດ້ຍົກເລີກຍ້ອນໂລກລະບາດ, ຫວຽດນາມ ໄດ້ມີການປະພຶດຢ່າງຕັ້ງໜ້າເພື່ອແນໃສ່ເຊື່ອມຕໍ່ບັນດາປະເທດສະມາຊິກອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບບັນດາຄູ່ຮ່ວມມືສາກົນ.

ໃນການຕອບສຳພາດກ່ຽວກັບກອງປະຊຸມ, ກ່ຽວກັບບົດບາດຂອງຫວຽດນາມ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ລະຫວ່າງຈີນ ກັບບັນດາປະເທດອາຊຽນ ແລະ ຫວຽດນາມ, ນັກຊ່ຽວຊານ ລິງເຕືອແຊວນ , ອະດີດຫົວໜ້າຜູ້ຕາງໜ້າສຳນັກຂ່າວສານ ຊິນຮວາ ປະຈຳຫວຽດນາມ ເນັ້ນໜັກວ່າ, ດ້ວຍຖານະບົດບາດແມ່ນປະເທດປະທານໝູນວຽນຂອງອາຊຽນ ໃນປີນີ້, ຫວຽດນາມ ໄດ້ສວມບົດບາດສຳຄັນໃນການສ້າງຂໍ້ລິເລີ່ມ, ຈັດຕັ້ງກໍຄືຊຸກຍູ້ກອງປະຊຸມສຸດຍອດພິເສດຂອງບັນດາການນຳອາຊີຕາເວັນອອກ ຄັ້ງນີ້ ບັນລຸໄດ້ໝາກຜົນດີ. ລັດຖະບານຈີນ ກໍ່ຄືປະຊາຄົມສາກົນລ້ວນແຕ່ຕີລາຄາສູງຕໍ່ສິ່ງດັ່ງກ່າວ.

ວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ເນັ້ນໜັກວ່າ, ກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ +3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ- 19 ແມ່ນສິ່ງພິສູດໃຫ້ເຫັນຄວາມສາມັກຄີ ແລະ ວິໄສທັດຂອງການນຳອາຊຽນ, ອັນໄດ້ສະແດງອອກຜ່ານການຮ່ວມມືກັບ 3 ປະເທດຄູ່ຮ່ວມມືຖານບ້ານໃກ້ເຮືອນຄຽງຢູ່ພາກພື້ນ, ພິເສດແມ່ນການຮັບມືກັບໂລກລະບາດໂຄວິດ- 19.

ຕອບກັບ

ຂ່າວ/ບົດ​ອື່ນ