ອາຊຽນ ຈັດກອງປະຊຸມກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ

ອາຊຽນ ຈັດກອງປະຊຸມກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ - ảnh 1
ພາບປະກອບ

(vovworld) - ​ໃນ​ລະຫວ່າງ ວັນ​ທີ 25 – 27/7, ຢູ່ນະຄອນ ຮ້າລອງ ​ແຂວງ ກວາງ​ນິນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສົມ​ທົບ​ກັບ​ຄະນະ​ເລຂາ​ອາ​ຊຽນ ຈັດ​ຕັ້ງ​ກອງ​ປະຊຸມ​ກຸ່ມ​ປະຕິບັດ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ຄັ້ງ​ທີ 12. ​ເນື້ອ​ໃນ​ການ​ປຶກສາ​ຫາລື ​ໄດ້​ເຕື້ອງ​ເຖິງ​ການ​ປະຕິບັດ​ແຜນການ​ຍຸດ​ທະ​ສາດ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊັບ​ພະຍາກອນ​ນ້ຳ. ນີ້​ແມ່ນ​ໜຶ່ງ ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍທີ່​ສຳຄັນ​ຢ່າງ​ຄື: ອອກ​ແບບ​ລະບົບ​ລາຍ​ງານ ​ແລະ ຄຸ້ມ​ຄອງ​ຂໍ້​ມູນ​ກ່ຽວ​ກັບ​ນ້ຳ ອາ​ຊຽນ, ຕີ​ລາຄາ​ບັນດາ​ຄວາມ​ສ່ຽງ ​ແລະ ຜົນ​ສະທ້ອນ​ຈາກ​ປະກົດ​ການ​ດິນ​ຟ້າ​ອາກາດ​ບໍ່​ດີ​ຢູ່​ບັນດາ​ປະ​ເທດ ອາ​ຊຽນ, ບັນດາ​ລະບົບແມ່ນ້ຳ ​ຫຼື ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ, ຄວາມ​ຮູ້ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ​ໃນ​​ໄລຍະຍາວ​​ເຂົ້າ​ໃນ​ການ​ຄຸ້ມ​ຄ​ອງຊັບພະຍາກອນ​ນ້ຳ​ສັງ​ລວມ.

ຂ່າວ/ບົດ​ອື່ນ