ອາຊຽນ - ຈີນ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທດຈິງກວ່າ

(VOVWORLD) - ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບາດກ້າວພັດທະນາໃຫຍ່ໃນການພົວພັນລະຫວ່າງ ອາຊຽນ - ຈີນ ໃນໄລຍະຜ່ານມາ
ອາຊຽນ - ຈີນ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທດຈິງກວ່າ - ảnh 1 (ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ)

        ເວທີປາໄສອະນາຄົດ ອາຊຽນ - ຈີນ ຈັດຂຶ້ນໃນວັນທີ 19 ມິຖຸນາ, ຢູ່ນະຄອນຫຼຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ດ້ວຍຫົວຂໍ້ “ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງແທດຈິງກວ່າ”, ເວທີປາໄສມີ 3 ວາລະປະຊຸມ.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບາດກ້າວພັດທະນາໃຫຍ່ໃນການພົວພັນລະຫວ່າງ ອາຊຽນ - ຈີນ ໃນໄລຍະຜ່ານມາ, ເນັ້ນໜັກວ່າ, ນີ້ແມ່ນໜຶ່ງໃນບັນດາການພົວພັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ພາກພື້ນ. ສິ່ງທີ່ໜ້າສົນໃຈໃນຂົງເຂດເສດຖະກິດ, ການຄ້າ, ປີ 2023, ຈີນ ຍັງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ, ດ້ວຍຍອດວົງເງິນການຄ້າສິນຄ້າລະຫວ່າງ ອາຊຽນ ແລະ ຈີນ ບັນລຸກວ່າ 702 ຕື້ USD.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຖືວ່າ, ນີ້ແມ່ນບັນຫາຮີບດ່ວນ ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ. ບັນດາຝ່າຍຕ້ອງສືບຕໍ່ເຂົ້າຮ່ວມການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ