(vovworld) - ຕອນຄໍ່າວັນທີ 25/11, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດອີນໂດເນເຊຍ, ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR - ASEAN) ແລະ ຄະນະຜູ້ຕາງໜ້າປະຈຳຈີນ ຢູ່ອາຊຽນ ໄດ້ສົມທົບກັນຈັດຕັ້ງພິທີຮັບແຂກເນື່ອງໃນໂອກາດ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ຈີນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ຢືນຢັນຄຳໝັ້ນສັນຍາຂອງອາຊຽນ ແລະ ຈີນ ແມ່ນກຳໄດ້ບັນດາກາລະໂອກາດພັດທະນາທີ່ລ້ຳຄ່າ ບົນເສັ້ນທາງເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍຢ່າງແໜ້ນແຟ້ນ ແລະ ກວ້າງຂວາງກວ່າອີກ. ທ່ານເລຂາທິການໃຫຍ່ເລເລືອງມິງ ຊີ້ແຈ້ງວ່າ, ການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ແລະ ຈີນ ຕ້ອງໄດ້ຮັບການກໍ່ສ້າງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພັດທະນາບົນພື້ນຖານເຄົາລົບ, ເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແກ້ໄຂບັນດາຄວາມແຕກຕ່າງກັນຜ່ານການເຈລະຈາ ແລະ ການຮ່ວມມື, ສິ່ງດັ່ງກ່າວຍິ່ງມີຄວາມຈຳເປັນອັນຮີບດ່ວນ ແລະ ຕ້ອງໄດ້ຮັບການປັບປຸງ ແລະ ເພີ່ມທະວີກວ່າອີກ ໃນທົດສະວັດທີ 2 ຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ຈີນ.