(vovworld) – ໃນລະຫວ່າງວັນທີ 27 – 28/10, ຢູ່ ຈາກາກຕາ, ຄະນະເລຂາອາຊຽນ ແລະ ກະຊວງການຄ້າອິນໂດເນເຊຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ເພື່ອຊອກຫາຄວາມບຸກທະລຸໃນວິທີເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP) ຂອງອາຊຽນ, ເປັນພື້ນຖານໃຫ້ຮອບເຈລະຈາສັນຍາການຄ້າຄັ້ງທີ 6 ຢູ່ພາກພື້ນນີ້, ຄາດວ່າຈະຈັດຂຶ້ນໃນເດືອນ 12 ຈະມາເຖິງຢູ່ອິນເດຍ. ເຫດການມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດສະມາຊິກອາຊຽນ ແລະ 6 ຄູ່ຮ່ວມມືໃນພາກພື້ນອາຊີ - ປາຊີຝິກ.
ທີ່ຮອບເຈລະຈາຄັ້ງທີ 5 ກ່ຽວກັບ RCEP, ເຊິ່ງດຳເນີນຢູ່ສິງກະໂປ ເມື່ອເດືອນ 06 ຜ່ານມາ, ອາຊຽນ ແລະ 6 ຄູ່ຮ່ວມມືການຄ້າໃຫຍ່ໃນພາກພື້ນລວມທັງ: ອົດສຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ນິວຊີແລນ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີກ່ຽວກັບບັນດາບັນຫາຈຸດສຸມທີ່ກ່ຽວຂ້ອງເຖິງການຄ້າສິນຄ້າ ແລະ ການບໍລິການ ກໍ່ຄືການລົງທຶນ. ສິ່ງດັ່ງກ່າວໄດ້ເພີ່ມຄວາມວິຕົກກັງວົງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງລວມກ່ຽວກັບ RCEP ໃນປີ 2015.