(ພາບປະກອບ)
(vovworld) - ວັນທີ 07/05, ກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການຮ່ວມມືດ້ານພາສີອາຊຽນ (CCC) ໄດ້ດຳເນີນຢູ່ແຂວງ Pampanga, ທາງພາກເໜືອປະເທດຟີລິບປີນ, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ພາສີຂອງ 10 ປະເທດໃນພາກພື້ນ ພ້ອມກັບບັນດາຜູ້ຕາງໜ້າຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ. ກ່າວຄຳເຫັນທີກອງປະຊຸມ, ທ່ານ Ruffy Biazon, ກຳມະການພາສີຟີລິບປີນ ເນັ້ນໜັກເຖິງບົດບາດຂອງອົງການພາສີຂອງບັນດາປະເທດອາຊຽນ ໃນການສ້າງຕັ້ງສະພາບແວດລ້ອມພາສີລວມ ໃຫ້ແກ່ 10 ພື້ນຖານເສດຖະກິດໃນພາກພື້ນ, ດ້ວຍຄຳຂວັນທີ່ວ່າ “ອາຊຽນໜຶ່ງ, ພາສີດ່ຽວ”. ທ່ານ Biazon ຖືວ່າ ໃນທ່າອ່ຽງເສດຖະກິດທົ່ວໂລກຄືປະຈຸບັນ, ລະບຽບດ້ານພາສີຂອງບັນດາປະເທດສະມາຊິກອາຊຽນ ຖືກຊັບຊ້ອນຢ່າງເໝາະສົມ, ບັນດາຮົ້ວກີດຂວາງດ້ານການຄ້າພວມຖືກຍົກເລີກ ເພື່ອສ້າງເງື່ອນໄຂສະດວກໃຫ້ການຄ້າດຳເນີນໄປຢ່າງໄວກວ່າ, ພ້ອມກັນນັ້ນແມ່ນເພີ່ມທະວີການນຳໃຊ້ກົດໝາຍ ແລະ ຂໍ້ກຳນົດ ກໍຄືບັນດາໂຄງການຍົກສູງຄວາມສາມາດດ້ານພາສີ. ທ່ານ Biazon ຢືນຢັນວ່າ ບັນຫາໂລກາພິວັດແມ່ນສະພາບຕົວຈິງເຊິ່ງອາຊຽນຕ້ອງປະເຊີນໜ້າ ແລະ ປະຈຸບັນເລື່ອງສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າແມ່ນປັດໃຈຕົ້ນຕໍ່ຂອງການເຄື່ອນໄຫວເສດຖະກິດໃນພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮ່ວມມືກະກຽມໃຫ້ແກ່ການສ້າງຕັ້ງອົງການຮ່ວມມືພາສີລະຫວ່າງບັນດາປະເທດອາຊຽນ.