ອາຊຽນ ຜັນຂະຫຍາຍແຜນການຊຸກຍູ້ຄວາມໝັ້ນຄົງ ແລະ ສັນຕິພາບຂອງແມ່ຍິງຢູ່ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) - ຕາມຖະແຫຼງການຮ່ວມສະບັບໜຶ່ງຂອງ ອາຊຽນ, ວັນທີ 5 ທັນວາ, ອາຊຽນ ໄດ້ເລີ່ມຜັນຂະຫຍາຍແຜນການກະທຳພາກພື້ນກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບຂອງແມ່ຍິງ, ສົມທົບກັບອົງການແມ່ຍິງ ສປຊ.
ຖະແຫຼງການໃຫ້ຮູ້ວ່າ ແຜນການກະທຳຂອງອາຊຽນ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ASEAN RPA on WPS) ໂດຍການນຳອາຊຽນ ຮັບຮອງເອົາທີ່ກອງປະຊຸມຂັ້ນສູງຄັ້ງທີ 40-41 ຂອງອາຊຽນ ຢູ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ເມື່ອເດືອນພະຈິກທີ່ຜ່ານມາ ແມ່ນຂໍ້ກູນແຈທີ່ອາດສາມາດມອບສົ່ງ ໃນອາຍຸການປະທານອາຊຽນ ຂອງກຳປູເຈຍ. ຕາມຖະແຫຼງການດັ່ງກ່າວ, ແຜນການນີ້ ເພື່ອແນໃສ່ຊຸກຍູ້ຄຳໝັ້ນສັນຍາ ຕໍ່ໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງ ແລະ ສັນຕິພາບຂອງແມ່ຍິງ ແລະ ຫັນຄຳໝັ້ນສັນຍາເປັນການກະທຳ. ຖະແຫຼງການໄດ້ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ໃຫ້ຄຳໝັ້ນໝາຍຈະປະຕິບັດແຜນການ.