(VOVWORLD) - ທ່ານປະທານນາທິບໍດີ Indonesia Joko Widodo ກໍ່ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນວ່າ ແມ່ນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ.
(ພາບ: TTXVN)
|
ນີ້ແມ່ນຄຳຢືນຢັນຂອງທ່ານປະທານນາທິບໍດີ Indonesia Joko Widodo ເມື່ອວັນທີ 1 ກັນຍາ ໃນຂະນະທີ່ທ່ານກ່າວຄຳເຫັນທີ່ກອງປະຊຸມຂັນສູງການລົງທຶນ ແລະ ດຳເນີນທຸລະກິດ ອາຊຽນ (ABIS) 2023 ຢູ່ນະຄອນຫຼວງ Jakarta.
ສະເພາະປີ 2022, ມີເຖິງ 17% ຈຳນວນເງິນລົງທຶນຂອງໂລກ ໄດ້ສະຫງວນໃຫ້ແກ່ ອາຊຽນ. ທ່ານປະທານນາທິບໍດີ Indonesia Joko Widodo ໃຫ້ຮູ້ວ່າ ຄາດວ່າ, ການເຕີບໂຕເສດຖະກິດຂອງ ອາຊຽນ ປີ 2024 ຈະສູງທີ່ສຸດໃນໂລກ, ດ້ວຍ 4,5%. ທ່ານປະທານນາທິບໍດີ Indonesia Joko Widodo ກໍ່ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນວ່າ ແມ່ນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ ພ້ອມທັງໃຫ້ຮູ້ຕື່ມອີກວ່າ, 65% ປະຊາກອນໃນພາກພື້ນ ມີຄວາມສາມາດບົ່ມຊ້ອນເຂົ້າຮ່ວມຊັ້ນຄົນກາງໃນປີ 2030.