ບັນດາການນຳເຂົ້າຮ່ວມກອງປະຊຸມ
(vovworld) – ຕອນບ່າຍວັນທີ 6/9, ຢູ່ຫໍກອງປະຊຸມແຫ່ງຊາດທີ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 - 29 ຖືກດຳເນີນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ອາຊຽນ, ເປີດສາກໃຫ້ 11 ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ນີ້ແມ່ນໂອກາດເພ່ື່ອໃຫ້ບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືໂຮມປະຊຸມພາຍຫຼັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການແຕ່ວັນທີ 31/12/2015. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜົນງານຕັ້ງໜ້າໃນປີທຳອິດຂອງປະຊາຄົມ ອາຊຽນ ກໍ່ຄືບັນດາຄວາມມານະພະຍາຍາມ ແລະ ບົດບາດສຳຄັນຂອງລາວ ໃນຖານະເປັນປະທານ ອາຊຽນ ປີ 2016. ເພື່ອປະຕິບັດວິວັດທະນາການສ້າງປະຊາຄົມ ແລະ ວິໄສທັດ ອາຊຽນ 2025 ຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກໃຫ້ບຸລິມະສິດຍົກສູງກຳລັງຄວາມສາມາດ ແລະ ລັກສະນະກຸ້ມຕົນເອງຂອງ ອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ແລະ ຖືນີ້ແມ່ນປັດໄຈສຳຄັນໃຫ້ແກ່ຜົນສຳເລັດຂອງ ອາຊຽນ. ກ່ຽວກັບບັນດາຂົງເຂດການຮ່ວມມື, ທ່ານ ຫງວຽນຊວນຟຸກ ສະເໜີວ່າຕ້ອງກຳນົດຈຸດສຸມ, ບຸລິມະສິດຢ່າງຈະແຈ້ງໃນວິວັດການປະຕິບັດວິໄສທັດ ອາຊຽນ 2025 ແລະ ບັນດາແຜນການຜັນຂະຫຍາຍໃນແຕ່ລະເສົາຄ້ຳ, ໃນບັນດາດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການເຊື່ອມຈອດແລະ ຮັດແຄບຊ່ອງຫວ່າງຄວາມຜິດໂຕນໃນການພັດທະນາ.