ອາຊຽນຄວນສວມບົດບາດໃຈກາງໃນການຊຸກຍູ້ຮ່ວມສຳພັນແລະເຊື່ອມຕໍ່ອາຊີຕາເວັນອອກ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ
photo:internet
|
(vovworld)-ສິ່ງດ່ັງກ່າວໂດຍແມ່ນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນໃນບົດປາໄສທີ່ວາລະປະຊຸມ“ ສ້າງໂຄງປະກອບອາຊຽນຄືນໃຫມ່ ແລະ ບັນດາການກະທົບເຖິງການເຕີບໂຕຢູ່ ອາຊີຕາເວັນອອກ ຂອງເວທີປາໄສເສດຖະກິດໂລກ WEF ຄັ້ງທີ 44 ຈັດຂຶ້ນຢູ່ Davos ໃນຕອນບ່າຍວັນທີ 24/1. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ບັນດາປະເທດ ອາຊຽນ ຄວນມີແຫລ່ງກຳລັງພາຍໃນຢ່າງແຮງ, ເປັນຕົ້ນແມ່ນເສດຖະກິດຜ່ານການສ້າງໂຄງປະກອບເສດຖະກິດໝັ້ນຄົງ, ມີຄວາມສາມາດຮັບມືກັບບັນດາການຜັນແປຂອງສະພາບແວດລ້ອມຈາກພາຍນອກ, ຈາກນັ້ນສວມບົດບາດໃຈກາງຂອງການຮ່ວມສຳພັນ ແລະ ເຊື່ອມຕໍ່ພາກພື້ນ. ຫວຽດນາມ ສະເຫນີ: ອາຊຽນ ສ້າງໂຄງການດຳເນີນງານກ່ຽວກັບການພັດທະນາ ດ້ວຍຈຸດສຸມແມ່ນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຍັງຖືວ່າ: ອາຊຽນ ຕ້ອງສືບຕໍ່ແມ່ນກຳລັງຫລັກແຫລ່ງໃນການຮັບມືກັບສິ່ງທ້າທາຍທີ່ວາງອອກ.