ອາຊຽນຄວນຮັດແຄບຊ່ອງຫວ່າງເພື່ອຍົກສູງກຳລັງແກ່ງແຍ້ງ

ອາຊຽນຄວນຮັດແຄບຊ່ອງຫວ່າງເພື່ອຍົກສູງກຳລັງແກ່ງແຍ້ງ - ảnh 1
ອາ​ຊຽນຄວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ
(ພາບ: vietnamplus.vn)

(vovworld) - ເຖິ​ງວ່າ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ໂລກ​ໃນ​ປີ 2030 ກໍ່​ຕາມ, ແຕ່​ບັນ​ດາ​ປະ​ເທດ​ອາ​ຊຽນ ຍັງ​ຕ້ອງຮັດ​ແຄບ​ຊ່ອງ​ຫວ່າງ​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງໃນ​ທົ່ວ​ໂລກ​ຢ່າງ​ໄວ. ຕາມ​ໝາກ​ຜົນ​ການ​ສຳ​ຫຼວດ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ 10 ປະ​ເທດ​ໃນ​ພາກ​ພື້ນ ໂດຍ​ສະ​ຖາ​ບັນ​ກຳ​ລັງ​ແກ່ງ​ແຍ້ງທະ​ວີບ​ອາ​ຊ​ີ ສັງ​ກັດ​ໂຮງ​ຮຽນ​ນະ​ໂຍ​ບາຍ​ລັດ ລິ໋ກວາງ​ຢູ, ປະ​ເທດ​ສິງ​ກະ​ໂ​ປ ຫາກໍ່​ປະ​ກາດ: ໃນ​ຈຳ​ນວນ 10 ປະ​ເທດ​ອາ​ຊຽນ, ສິງ​ກະ​ໂ​ປ ພວມ​ຢືນ​ຢູ່​ແຖວ​ໜ້າ​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງ, ຖັດ​ຈາກນັ້ນ​ແມ່ນ ມາ​ເລ​ເຊຍ, ​ໄທ, ບ​ຣຸ​ໄນ, ອິນ​ໂດ​ເນ​ເຊ​ຍ, ຟີ​ລິບ​ປິນ. ຫວຽດ​ນາມ ພວມ​ຢືນ​ອັບ​ດັບ​ທ​ີ 7 ໃນ​ຕ​າ​ຕະ​ລາງ​ຈັດ​ອັນ​ດັບ. ທ່ານປະ​ລິ​ຍາ​ເອກ ຫງວຽນ​ດິ່ງ​ກຸງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນກາງ ຖື​ວ່າ, ເພ​ື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ສິ່ງ​ທີ່​ຮີບ​ດ່ວ​ນນັ້ນ​ແມ່ນຕ້ອງ​ຮັດ​ແຄບ​ຊ່ອງ​ຫວ່າງ​​ໃນ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນຢ່າງ​ໄວ ແລະ ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ກວ່າ​ຄື​ຫວຽດ​ນາມ ຕ້ອງ​ມີ​ການ​ປະ​ຕິ​ຮູບ​ຢ່າງ​ແຮງກວ່າ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕແຮງກວ່າ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃຫ້​ຫຼາຍກວ່າ. ທ່ານ​ສາດ​ສະ​ດາ​ຈານ Tan Khee Giap, ສັງ​ກັດ​ສະ​ຖາ​ບັນ​ກຳ​ລັງ​ຄວາມ​ສາ​ມາດ​ແກ່​ງ​ແຍ້ງ​ທະ​ວ​ີບ​ອາ​ຊ​ີ ຖື​ວ່າ, ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບ​ົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ຢ່າງ​ແຮງກວ່າ ໃນ​ຮອບ​ເວ​ລາ 2 – 3 ປີ​ຈະ​ມາ​ເຖິງ. ຕາມ​ທ່ານ​ແລ້ວ, ເຖິງວ່າ​ນອນ​ໃນ​ກຸ່ມ 4 ປະ​ເທດ​ດ້ອຍ​ພັດ​ທະ​ນາ​ຂອງ​ອາ​ຊຽນ ກໍ່​ຕາມ, ແຕ່​ຫວຽດ​ນາມ ມີ​ທ່າ​ແຮງກວ່າ​ລາວ, ກຳ​ປູ​ເຈຍ ແລະ ມຽນ​ມາ, ຍ້ອນ​ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​​ມີຫຼາຍ​ຮູບ​ຫຼາຍ​ແບບ.

ຂ່າວ/ບົດ​ອື່ນ