ອາຊຽນ-ຈີນ ເຫັນດີຈະປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ

ອາຊຽນ-ຈີນ ເຫັນດີຈະປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ - ảnh 1

(ພາບ:vietnamplus.vn)

(VOV)- ວັນ​ທີ 2/11, ກອງປະຊຸມ​ສຳ​ມະ​ນາ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ຈີນ  ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໄດ້​ອັດ​ລົງຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ປະຕິບັດ​ເອກະສານ​ນີ້​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ເພື່​ອ​ແນ່​ໃສ່​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານນາງ Soeung Rathchavy ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ, ປະທານກອງປະຊຸມ​ສຳ​ມະ​ນາ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​​ແທ​ນ​ເຂົ້າຮ່ວມກອງປະຊຸມ​ສຳ​ມະ​ນາ​ໄດ້​ແລກປ່ຽນ​ທັດສະນະ​ຢ່າງ​ຕັ້ງໜ້າ ​ແລະ ກົງ​ໄປ​ກົງ​ມາ. ຕາມ​ທ່ານ​ນາງ Rathchavy ​ແລ້ວ, ອາ​ຊຽນ ​ແລະ ຈີນ ໄດ້​ເຫັນ​ດີ​ເປັນ​ເອກະສັນວ່າ​ຕ້ອງ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ທະະ​ເລ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ, ມິດຕະພາບ ​ແລະ ຮ່ວມ​ມື​ກັນ​ເພື່ອ​ຜົນ​ປະ​ໂຫຍ​ດລວມ. ຕາມ​ແຈ້ງ​ການ​ໜັງສືພິມ​ຫຼັງກອງປະຊຸມ​ສຳ​ມະ​ນາ, ອາຊຽນ ​ແລະ ຈີນ ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ດຳ​ເນີນ​ບັນດາ​ການ​ເຄື່ອ​ນໄຫວທີ່​ກ່ຽວຂ້ອງ​ເຖິງ DOC ​ເພື່ອ​ແນ່​ໃສ່​ຊຸກຍູ້​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ, ຜ່ານ​ນັ້ນສ້າງພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ບັນຫາ​ກ່ຽວ​ກຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ