(ພາບປະກອບ)
(vovworld) - ວັນທີ 31/7, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ມາເລເຊຍ Anifah Aman ໃຫ້ຮູ້ວ່າ: ບັນດາປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ຈີນ ໄດ້ເຫັນດີກ້າວໄປສູ່ໄລຍະຕໍ່ໄປຂອງການເຈລະຈາມຸ່ງໄປເຖິງການສ້າງຕັ້ງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍໆຢູ່ທະເລຕາເວັນອອກ (COC) ເພື່ອແກ້ໄຂບັນດາການແກ່ງແຍ້ງຢູ່ພາກພື້ນນີ້. ກ່າວຄຳເຫັນທີ່ກອງປະຊຸມຂ່າວ ກ່ອນດຳເນີນກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງແທດ ອາຊຽນ ຄັ້ງທີ 48 (AMM 48) ຢູ່ ນະຄອນຫລວງ ກົວລາລຳເປີ (ມາເລເຊຍ), ທ່ານ Aman ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ແລະ ຈີນ ໃນກອງປະຊຸມເມື່ອມໍ່ໆມານີ້ ໄດ້ເຫັນດີເປັນເອກະພາບການເຈລະຈາກ່ຽວກັບຂອບເຂດ, ໂຄງປະກອບ, ພາກສ່ວນກໍຄືແກ້ໄຂບັນດາບັນຫາຫຍຸ້ງຍາກ ແລະ ສັບສົນທີ່ກ່ຽວຂ້ອງເຖິງ COC. ທ່ານ Aman ຢືນຢັນວ່າ: “ນີ້ແມ່ນບາດກ້າວໜຶ່ງທີ່ສຳຄັນສຳລັບ COC”. ຕາມທ່ານ Aman ແລ້ວ ບັນດາການຜັນແປນີ້, , ຕ້ອງໄດ້ແກ້ໄຂເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກບໍ່ຖືກຜົນສະທ້ອນ. ສິ່ງສຳຄັນແມ່ນທະເລຕາເວັນອອກຕ້ອງໄດ້ຮັບການຮັກສາ ເປັນເຂດທະເລແຫ່ງສັນຕິພາບ ແລະ ວັດທະນາຖາວອນ ແລະ ບໍ່ວ່າການຜັນແປໃດຫວັງເພີ່ມທະວີດ້ານການທະຫານຕ້ອງຖືກສະກັດກັ້ນ.