ອາຊຽນຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ອາຊຽນຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ - ảnh 1
(ພາບປະກອບ: thestar.com.my)

(vovworld) – ກອງ​ປະຊຸ​ມລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 47 (AEM 47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 22/08, ຢູ່​ນະຄ​ອນຫຼວງ ​ກົວ​ລາ​ລຳ​ເປີ, ປະ​​ເທດ​ມາ​ເລ​ເຊຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ, ການ​ຄ້າ​ ຫງວຽນ​ເກີ​ມຕຸ໋ ນຳ​ໜ້າ, ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຄ້າ ​ແລະ ອຸດສາຫະກຳ​ມາ​ເລ​ເຊຍ Mistapa Mohamed ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ AEM 47 ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽວຂ້ອງ​ ຖືກ​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ສຳຄັນ ​ໃນ​ວິວັດທະນາ​ການ​ມຸ່ງ​ໄປ​ເຖິງ​ກາ​ນສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​​ເສດຖະກິດ​ (AEC). ທ່ານ​ໃຫ້​ຮູ້​ວ່າ, ​ໃນ​ສະພາບການ​ເມືອງ ​ແລະ ​ເສດຖະກິດ​ທົ່ວ​ໂລກ ພວມ​ມີ​ການ​ຜັນ​​ແປ​ຢ່າງ​ສັບສົນ, ອາ​ຊຽນ ປະສົບ​ກັບສິ່ງ​ທ້າ​ທາຍຫຼາ​ຍຢ່າງ ​ໃນ​ຂະນະ​ທີ່ຍັງ​​ເຫຼືອອີກ 3 – 4 ​ເດືອນ​ເທົ່າ​ນັ້ນ ຈະຮອດ​ວັນ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ​​ແຕ່​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ ຍັງ​ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ອາຊຽນ ກໍ​ກ້າວ​ໄປ​ເຖິງ​ຈຸດໝາຍ​ສ້າງ​ຕັ້ງ AEC ​​ໃນ​ທ້າຍ​ປີ 2015.

ຂ່າວ/ບົດ​ອື່ນ