(vovworld) – ໃນຂອບເຂດກອງປະຊຸມລັດຖະມົນຕີວ່າການກະຊວງເສດຖະກິດອາຊຽນ ຄັ້ງທີ 47 (AEM 47) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 22/08, ບັນດາລັດຖະມົນຕີວ່າການກະຊວງເສດຖະກິດອາຊຽນ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ ເພື່ອແນໃສ່ກວດກາຄືນການປະຕິບັດບັນດາມາດຕະການບົນເສັ້ນທາງສ້າງຕັ້ງປະຊາຄົມອາຊຽນ, ໃນນັ້ນມີປະຊາຄົມເສດຖະກິດ (AEC) ໃນທ້າຍປີ 2015, ກໍຄືສ້າງຕັ້ງວິໄສທັດດ້ານເສດຖະກິດອາຊຽນ ພາຍຫຼັງປີ 2015. ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນເກີມຕູ໋ ໃຫ້ຮູ້ວ່າ, ແຕ່ກ່ອນມາຮອດປະຈຸບັນ, ບັນດາປະເທດອາຊຽນ ລ້ວນແຕ່ເຂົ້າໃຈແຈ້ງຄວາມສຳຄັນຂອງການສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015 ສະນັ້ນໄດ້ປະຕິບັດມາດຕະການແກ້ໄຂ ຢ່າງເຂັ້ມງວດເພື່ອສ້າງຕັ້ງປະຊາຄົມເສດຖະກິດ ທີ່ໄດ້ຍົກອອກມາບົນເສັ້ນທາງສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ປີ 2015. ແຕ່ນີ້ຮອດທ້າຍປີ, ຫວຽດນາມ ຈະສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂໃນ 3 ຂົງເຂດຕົ້ນຕໍ່ໃຫ້ສຳເລັດ ນັ້ນແມ່ນ ການບໍລິການ, ຄົມມະນາຄົມຂົນສົ່ງ ແລະ ກໍ່ສ້າງພື້ນຖານໂຄງລ່າງ.