ອາຊຽນສຳເລັດການຮຽບຮຽງເອກະສານວິໄສທັດປະຊາຄົມອາຊຽນພາຍຫຼັງປີ2015

ອາຊຽນສຳເລັດການຮຽບຮຽງເອກະສານວິໄສທັດປະຊາຄົມອາຊຽນພາຍຫຼັງປີ2015 - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 02 – 04/10, ກຸ່ມ​ຮັບຜິ​ດຊອບ​ຂັ້ນ​ສູງ (HLTF) ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ ພາຍຫຼັງ​ປີ 2015 ​ໄດ້​ຈັດກ​ອງປະຊຸມ​ຢູ່​ນະ​ຄອນ​ຫຼວງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ​ 10 ​ແລະ ກໍ​​ແມ່ນ​ກອງ​ປະຊຸມ​ຄັ້ງ​ສຸດ​ທ້າຍ​ຂອງ HLTF ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​​ຜູ້ຕາງໜ້າ HLTF ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຜູ້ຕາງໜ້າ​ຄະນະ​ເລຂາ​ອາ​ຊຽນ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, HLTF ສຳ​ເລັດ​ການ​ຮຽບຮຽງ​ບັນດາ​ເອກະສານ​ຄື​ຖະ​ແຫຼ​ງການ​ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015 ​ແລະ 3 ​ແຜນ​ການສັງ​ລວມຂອງ​ປະຊາ​ຄົມ​ອາ​ຊຽນ (ລວມມີ: ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ, ປະຊາ​ຄົມ​ເສດຖະກິດ ​ແລະ ປະຊາ​ຄົມ​ວັດທະນະທຳ - ສັງຄົ​ມ). ຄາດ​ວ່າ, ປະທານ HLTF, Hsu King Bee ຈະ​ຍືນ​ຮ່າງ​ເອກະສານ​ລວມສຸດ​ທ້າຍຕໍ່​ກຸ່ມ​ປະຕິບັດ​ງານ​ສະພາປະສານ​ງານ​ອາ​ຊຽນ ​ໃນ​ວັນ​ທີ 15/10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ