ອາຊຽນ-ອີຢູມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ

ອາຊຽນ-ອີຢູມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ ອາ​ຊຽນ - ອີ​ຢູ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ບົນ​ທະ​ເລ​ໃນ​ພາກ​ພື້ນ​ດຳ​ເນີນ​ໄປ
​ຢູ່ ມຽ​ນ​ມາ
(ພາບ: Kim Dung/TTXVN)

(vovworld) – ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ - ອີ​ຢູ​ ຄັ້ງ​ທີ 23 ຫາກໍຈັດ​ຕັ້ງ​ໃນ​ວັນ​ທີ 2/7, ຢູ່ ບ​ຣຸກ​ແຊນ (ປະ​ເທດ​ແບນ​ຊິກ), ເພື່ອ​ແນ​ໃສ່​ພິ​ຈາ​ລະ​ນາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື 2 ຝ່າຍ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ. ກອງ​ປະ​ຊຸມ​ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວ​ຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຮ່​ວາຍ​ຈູງ ແລະ ທ່ານ Ugo Astuto, ຜູ້​ຮັກ​ສາ​ການອ​ຳ​ນວຍ​ການກົ​ມ​ອາຊີ - ປາ​ຊີ​ຟິກ​ຂອງ​ອົງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ເອີ​ລົບ ເປັນ​ປະ​ທານ​ຮ່ວມ. ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕ້ອງ​ມີ​ກົນ​ໄກ​ເພີ່ມ​ທະ​ວີ​ວິ​ວັດ​ການ​ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອີ​ຢູ ແລະ ຊົມ​ເຊີຍ​ຂໍ້​ລິ​ເລີ່ມນີ້​ຂອງ ໄທ, ເຊິ່ງ​ແມ່ນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນກັບ ອີ​ຢູ. ອາ​ຊຽນ ແລະ ອີ​ຢູ ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງບັນ​ດາ​ຂົງ​ເຂດ​ເອົາ​ໃຈ​ໃສ່​ລວມ​ຄື: ຄວາມ​ໝັ້ນ​ຄົງ​ການ​ເດ​ີນ​ທະ​ເລ, ການ​ຮ່ວມ​ມື​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ກໍ່​ການ​ຮ້າຍ… ຝ່າຍ ອີ​ຢູ ຢັ້ງ​ຢືນ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ອາ​ຊຽນ ກ່​ວາ​ອີກ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກຽມ​ພ້ອມ​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ໃນ​ການ​ເຊື່ອມ​ໂຍງ​ຂອງ ເອີ​ລົບ.


ຂ່າວ/ບົດ​ອື່ນ