ບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ອາເມລິກາ (AEM - USTR)
(ພາບ: KimDung-ChiGiap/vietnam+)
(vovworld) – ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງ, ວັນທີ 24/8, ກອງປະຊຸມທາບທາມຄຳເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ອາເມລິກາ (AEM - USTR) ດຳເນີນຢູ່ນະຄອນຫລວງ ກົວລາລຳເປີ. ນະທີ່ນີ້, 2 ຝ່າຍໄດ້ຮັບຮູ້ວ່າ ການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ ແລະ ອາເມລິກາ ໄດ້ເຕີບໂຕແຮງໃນໄລຍະຜ່ານມາ. ອາເມລິກາ ເປັນປະເທດລົງທຶນໃຫຍ່ອັນດັບທີ 3 ໃນ ອາຊຽນ ແລະ ແມ່ນຄູ່ຮວມມືດ້ານການຄ້າໃຫຍ່ອັນດັບທີ 4 ຂອງບັນດາປະເທດສະມາຊິກ ອາຊີຕາເວັນອອກສຽງໃຕ້ນີ້. ການລົງທຶນຂອງ ອາເມລິກາ ເຂົ້າພາກພື້ນ ອາຊຽນ ບັນລຸໄດ້ 54 ຕື້ USD ໃນໄລຍະປີ 2010 – 2014, ໃນຂະນະນັ້ນ ການຄ້າ 2 ສົ້ນ ອາຊຽນ - ອາເມລິກາ ບັນລຸກ່ວາ 212 ຕື້ USD. ວົງການເຈົ້າໜ້າທີ່ ອາຊຽນ ແລະ ອາເມລິກາ ເຫັນດີເປັນເອກະສັນ ອາຊຽນ ຕ້ອງສືບຕໍ່ເຂົ້າຮ່ວມປະຊາຄົນດຳເນີນທຸລະກິດ ອາເມລິກາ ເປັນປະຈຳ ເພື່ອຮູ້ບັນດາຄວາມມານະພະຍາຍາມຂອງສະຫະສະມາຄົມ ໃນການສ້າງຕັ້ງເຂດການຄ້າ ແລະ ການລົງທຶນທີ່ບໍ່ມີພົມແດນ. ໃນສະພາວະນີ້, ບັນດາລັດຖະມົນຕີ ອາຊຽນ ເຫັນດີປະຕິບັດໂຄງການໂຄສະນາເຜີຍແຜ່ AEM ຄັ້ງທີ 3 ຢູ່ ອາເມລິກາ ໃນຕົ້ນປີ 2016.