ອາຊຽນອາໄລຫາອະດີດເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ

(VOVWORLD) -ວັນທີ 3 ທັນວາ, ສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ສົມທົບກັບຄະນະເລຂາອາຊຽນຈັດກອງປະຊຸມສຳມະນາກ່ຽວກັບທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ຢູ່ສຳນັກງານຂອງຄະນະເລຂາອາຊຽນທີ່ນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ
ອາຊຽນອາໄລຫາອະດີດເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ - ảnh 1

ອະດີດເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ

ທີ່ ກອງປະຊຸມສຳມະນາ, ບັນດາສຳມະນາກອນໄດ້ທົບທວນຄືນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ທີ່ມີຕໍ່ປະຊາຄົມອາຊຽນເວົ້າລວມ ແລະ ປະຊາຊົນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເວົ້າສະເພາະ; ພ້ອມທັງໄດ້ຕີລາຄາສູງບົດບາດຂອງ ທ່ານ ສຸຣິນ ພິດສຸວັນ ໃນໄລຍະດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ອາຊຽນ (2008-2012). ການຈັດກອງປະຊຸມສຳມະນາອາໄລຫາອະດີດເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ພາຍຫຼັງທີ່ເຖິງແກ່ມໍລະນະກຳເປັນເວລາ 1 ປີ( ວັນທີ 30 ພະຈິກປີ 2017)  ກໍແມ່ນວິທີເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານທີ່ມີຕໍ່ການພັດທະນາກຸ່ມອາຊຽນຄືວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ