ອາຊຽນຮຽກຮ້ອງບັນດາຝ່າຍປະຕິບັດ DOC ຢ່າງຄົບຖ້ວນ

ອາຊຽນຮຽກຮ້ອງບັນດາຝ່າຍປະຕິບັດ DOC ຢ່າງຄົບຖ້ວນ - ảnh 1

ບັນດາລັດຖະມົນຕີອາຊຽນຮຽກຮ້ອງ​ບັນດາ​ຝ່າຍ​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ
(ພາບ: ອິນເຕີແນດ)

(vovworld) – ທີ່​ການ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 48 ທີ່​ພວມ​ດຳ​ເນີນ​ຢູ່​ນະຄອນຫຼວງ ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ບັນດາ​ລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ຜັນ​ແປ​ຢ່າງ​ສັບສົນ​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຖື​ວ່າ​ບັນດາ​ການ​ກະທຳ​ນີ້ ​ໄດ້​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຖືກ​ຫຼຸດລົງ, ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ​ແລະ ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ; ​ແກ້​ໄຂ​ຄວາມຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS); ລະງັບ​ໃຈບໍ່​ນຳ​ໃຊ້​ອາວຸດ ຫຼື​ຂົ່ມຂູ່​ນຳ​ໃຊ້​ອາວຸດ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ບັນລຸ​ປະມວນຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ບັນດາ​ລັດຖະມົນຕີ​ເຫັນ​ດີ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ຮັບຜິດຊອບ ​ແລະ ບົດບາດ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ສະໜັບສະໜູນ​ທັດສະນະ​ລວມຂອງ​ອາ​ຊຽນ. ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ 5 ຂໍ້​ຂອງ DOC  ​ແລະ ຈຳ​ເປັນ​ຕ້ອງ​ມີ​ການ​ປຶກສາ​ຫາລື​ຢ່າງ​ແທ້​ຈິງ ​ເພື່ອ​ໃຫ້​ປະມວນ​ຂໍ້​ກຳນົດກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກມີ​ປະສິດທິ​ຜົນ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ