ອາຊຽນເອົາໃຈໃສ່ເຖິງການພົວພັນຄູ່ຮ່ວມມືພາກລັດ-ເອກະຊົນໃນການເຊື່ອມຈອດ ພາກພື້ນ

 

ອາຊຽນເອົາໃຈໃສ່ເຖິງການພົວພັນຄູ່ຮ່ວມມືພາກລັດ-ເອກະຊົນໃນການເຊື່ອມຈອດ ພາກພື້ນ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ
ພາບ:internet


(vovworld)- ວັນ​ທີ 27/8, ຢູ່​ນະຄອນຫລວງ Bandar Seri Begawan ຂອງ​ບຣູ​ໄນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ການ​ເຊື່ອມ​ຈອດ ອາ​ຊຽນຄັ້ງ​ທີ 4. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ​ຜູ້​ແທນ​ກວ່າ 140 ທ່ານ, ຊື່​ງລວມມີ ບັນດາ​ເຈົ້າ​ຫນ້າ​ທີ່​ລັດຖະບານ, ນັກ​ຄົ້ນ​ຄ້ວາ, ຜູ້ຕາງຫນ້າ​ວິ​ສາ​ຫະກິດ ​ແລະ ພາກ​​ເອກະ​ຊົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈ​ລະ​ຈາ ກໍ​ຄື​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ກອງ​ປະຊຸມ​ສຳ​ມະ​ນາປີ​ນີ້ ພາຍ​​ໃຕ້​ຫົວ​ຂໍ້​ວ່າ: “ການ​ຮ່ວມ​ມື​ພາກ​​ເອກະ​ຊົນ​ສຳລັບ​ການ​ເຊື່ອມ​ຈອດ​ອາ​ຊຽນ” ​ໄດ້​ສຸມ​ໃສ່​ບົດບາດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ(PPP) ​ໃນ​ການ​ປະຕິບັດ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຈອດ​ອາ​ຊຽນ(MPAC). ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ​ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ພາກ​​ເອກະ​ຊົນ​ເພື່ອ​ແກ້​ໄຂ​ຄວາ​ມຮຽກຮ້ອງ​ຕ້ອງການ​ດ້ານ​ການ​ເງິນ​ກ້ອນໃຫຍ່​ໃຫ້​ແກ່​ບັນດາ​ໂຄງການ​ເຊ່ືອມ​ຈອດ​ອາ​ຊຽນ. ທ່ານ​ມີ​ງຖື​ວ່າ: ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ ຄວນ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແກ່ PPP ຜ່ານ​ນັ້ນ ຈະ​ຍົກ​ສູງ​ປະສິດທິ​ຜົນ​ການ​ຫນູນ​ຊ່ວຍ​ໃຫ້​ແກ່​ໂຄງການ​ເຊ່ືອມ​ຈອດ ອາ​ຊຽນຂອງ​ກຸ່ມ.

 

ຂ່າວ/ບົດ​ອື່ນ