ອາຊຽນແລະການພົວພັນຈີນ-ອາເມລິກາ:ບັນດາການຜັນແປໃໝ່ແລະຜົນກະທົບຕໍ່ພາກພື້ນ

ອາຊຽນແລະການພົວພັນຈີນ-ອາເມລິກາ:ບັນດາການຜັນແປໃໝ່ແລະຜົນກະທົບຕໍ່ພາກພື້ນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: GiangHuy)

(vovworld) - ​ ບັນດາການຜັນ​ແປ​ໃໝ່​ ແລະ ຜົນ​ກະທົບ​ຕໍ່​ພາກ​ພື້ນ ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ Konrad Adenauer Stiftung (KAS) ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/03 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ສຸ​ມ​ໃສ່​ປຶກສາ​ຫາລື ​ແລະ ​ໄຈ້​ແຍກ​ກ່ຽວ​ກັບ​ບັນດາ​ການ​ຜັນ​​ແປ​ໃນມໍ່ໆ​ມາ​ນີ້​ໃນ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ ​ເພື່ອ​ຈາກ​ນັ້ນ ຍົກ​ອອກ​​ບັນດາ​ຂໍ້ສັງ​ເກດ ກໍ່​ຄື​ຄາດ​ຄະ​ເນ​ກ່ຽວ​ກັບ​ແນວ​ໂນ້ມພັດທະນາ​ຂອງ​ຂອງ​ການ​ພົວພັນ​ນີ້​ໃນ​ອະນາຄົດ.

        ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື 4 ​ເນື້ອ​ໃນ​ເຊັ່ນ: ບັນດາ​ການ​ຜັນ​ແປ​ໃໝ່​ໃນ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ; ຜົນ​ກະທົບ​ຂອງ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ​ຕໍ່​ສະພາບ​ແວກ​ລ້ອມ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ; ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ​ໃນ​ບັນດາ​ກົນ​ໄກປ້ອງ​ກັນ​ຄວາມ​ສະຫງົບ​​ພາກ​ພື້ນ​ໃນ​ສະພາວະ​ບັນດາ​ການ​ຜັນ​ແປ​ໃໝ່​ໃນ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ; ອາ​ຊຽນ ຈະດຸ່ນດ່ຽງ​ໃນ​ການ​ພົວພັນ ຈີນ - ອາ​ເມ​ລິ​ກາ​ຄື​ແນວ​ໃດ​ໃນ​ສະພາບ​ການ​ໃໝ່. ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້, ຕາມ​ທ່ານ​ສາດ​ສະ​ດາ​ຈານ Carlyle A.Thayer ​ເພື່ອ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ຢູ່​ພາກ​ພື້ນຫລາຍ​ກ່ວາ​ອີກ​, ອາ​ຊຽນ ຄວນ​ສົມທົບ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊຸກຍູ້ການ​ປະຕິບັດ​ຂໍ້​ລິ​ເລິ່ມ​ໃນ​ການ​ເດີນ​ທະ​ເລ​ຢ່າງ​ກະ​ແຈ່ງ​ແຈ້​ງ; ສືບ​ຕໍ່​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC); ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ​ແກ້​ໄຂ​ຮ້າຍ​ຂອງໄພ​ທຳ​ມະ​ຊາດ ​ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

ຂ່າວ/ບົດ​ອື່ນ