(vovworld) - ວັນທີ 23/06, ທີ່ຄະນະເລຂາອາຊຽນໄດ້ດຳເນີນກອງປະຊຸມຄັ້ງທີ 15 ຄະນະກຳມະການຮ່ວມມືອາຊຽນ - ອິນເດຍ (AIJCC) ດ້ວຍການເຂົ້າຮ່ວມຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳຢູ່ອາຊຽນ (CPR) ແລະ ເອກອັກຄະລັດຖະທູດອິນເດຍປະຈຳອາຊຽນ. ທີ່ກອງປະຊຸມ, ຝ່າຍອິນເດຍ ໄດ້ຢືນຢັນນະໂຍບາຍຖືອາຊຽນ ເປັນສຳຄັນ ແລະ ຖືອາຊຽນແມ່ນຈຸດສຸມໃນຍຸດທະສາດ “ມຸ່ງໄປສູ່ທິດຕາເວັນອອກ”, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອາຊຽນ ທັງ 3 ເສົາຄ້ຳ, ໂດຍສະເພາະແມ່ນເມື່ອປະຊາຄົນໄດ້ຮັບການສ້າງຕັ້ງພາຍຫຼັງປີ 2015. ກ່ຽວກັບດ້ານເສດຖະກິດ, 2 ຝ່າຍໄດ້ວາງຄາດໝາຍຍົກວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 100 ຕື້ USD ໃນປີ 2015 ແລະ ບັນລຸທົບ 2 ເທົ່າໃນປີ 2020. ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ. 2 ຝ່າຍກໍເປັນເອກະພາບກັນປຶກສາຫາລືບັນດາມາດຕະການສ້າງຕັ້ງສູນອາຊຽນ - ອິນເດຍ (AIC) ໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະເຈລະຈາຫວຽດນາມ ປະຈຳອາຊຽນ ຫງວຽນແຮ່ວງນັມ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ຈະຮ່ວມມືກັບອິນເດຍ ຢ່າງແໜ້ນແຟ້ນກວ່າ, ພ້ອມກັບບັນດາປະເທດອາຊຽນ ນຳການພົວພັນລະຫວ່າງອາຊຽນ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນໃນໄລຍະທີ່ຫວຽດນາມ ເປັນປະເທດປະສານງານການພົວພັນອາຊຽນ - ອິນເດຍ ແຕ່ເດືອນ 08/2015 – 08/2018.