ອາຊຽນແລະອີຢູຮ່ວມມືຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ພາກພື້ນ

ອາຊຽນແລະອີຢູຮ່ວມມືຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ພາກພື້ນ - ảnh 1
(ພາບປະກອບ)

(vovworld) – ​​​ໃນ​ລະ​ຫວ່າງ​ວັນ​ທີ 24 – 25/08, ຄະນະ​ເລຂາ​ອາ​ຊຽນ ​ໄດ້​ຈັດການ​​ເຈລະຈາ​ນະ​ໂຍບາຍ​ອາ​ຊຽນ - ສະຫະພາບ​ເອີ​ລົບ (​​ອີ​ຢູ) ກ່ຽວ​ກັບ​ການ​ສຶກສາ​ຂັ້ນ​ມະ​ຫາ​ວິທະຍາ​ໄລ​ໃນ​ພາກພື້ນອາ​ຊຽນ. ​ລາຍການນີ້​ແມ່ນຂຶ້ນ​ກັບ​ໂຄງການ​ທົດ​ລ​ອງຂອງ​ອີ​ຢູ ​ເພື່ອ​ມຸ່ງ​ໄປ​ເຖິງ​ພື້ນຖານ​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ​ໃນ​ພາກ​ພື້ນ​ອາ​ຊຽນ (SHARE). ທ່າ​ນຮອງ​ເລຂາ​ທີ​ກາ​ນ​ໃຫຍ່​ອາ​ຊຽນ Alicia Dela Rosa ​ໃຫ້​ຮູ້​ວ່າ, ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ອາ​ຊຽນ ​ແລະ ​ອີ​ຢູ ມຸ່ງ​ໄປ​ເຖິງ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​​ສຶກສາຂັ້ນມະຫາວິທະຍາ​ໄລ​ໃນ​ພາກພື້ນ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ນັກ​ສຶກສາ, ບັນດາ​ອົງການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ກໍ​ຄື​​ນັກ​ຊ່ຽວຊານ​ໃນ​ພາກ​ພື້ນ​ອາ​ຊຽນ. ຈຸດ​ສຸມ​ຂອງ​ການ​ເຈລະຈານະ​ໂຍບາຍແມ່ນ​ເພື່ອ​ມຸ່ງ​​ໄປ​ເຖິງການ​ຮັບ​ຮູ້ສະ​ນີຍະ​ບັດ​ຂັ້ນມະຫາວິທະຍາ​ໄລ​ຢູ່​ທຸກໆ​ປະ​ເທດ​ອາ​ຊຽນ ​ແລະ ​ເພີ່ມທະວີກຳລັງ​ຄວາມ​ສາມາດ​ຂອງບັນດາ​ມະຫາວິທະຍາ​ໄລ​ຢູ່ບັນດາ​ປະ​ເທດ​ຄື: ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ (CLMV). ນອກຈາກ​ນັ້ນ, ອາ​ຊຽນ ​ແລະ ອີ​ຢູ ກໍ​ປາດ​ຖະໜາ​ຢາກ​ເພີ່ມທະວີ​ການ​ຮ່ວມ​ມື​ໃນ​ອະນາຄົດ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດທະນາ​ແຫຼ່ງຊັບພະຍາກ​ອນມະ​ນຸດ, ພິ​ເສດ​ໃນ​ການ​ສຶກສາຂັ້ນ​ມະຫາວິທະຍາ​ໄລ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ກໍ​ຄື​ລະຫວ່າງ​ອາ​ຊຽນ ​ແລະ ອີ​ຢູ.

ຂ່າວ/ບົດ​ອື່ນ