ອາດີດນາຍົກລັດຖະມົນຕີ ຟານວັນຂາຍ ຕ້ອນຮັບປະທານສະຫະພັນມິດຕະພາບ ສສຊ ຍີ່ປຸ່ນ-ຫວຽດນານ

( vovworld ) -   ຕອນ​ບ່າຍ​ວັນ​ທີ 1/3, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານອາ​ດີດນາຍົກລັດຖະມົນຕີຫວຽ​ດນາມ ຟານ​ວັນ​ຂາຍ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Takebe Tsutomu, ປະທານ​ສະຫະພັນຊາດມິດຕະພາບ​​ສະມາຊິ​ກສະພາ​ແຫ່ງ​ຍີ່​ປຸ່ນ -ຫວຽດນາມ, ອາ​ດີດ​ເລຂາທິການ​ໃຫຍ່​ພັກ​ປະຊາທິປະ​ໄຕເສລີພາບຍີ່ປຸ່ນ, ​ເນື່ອງ​ໃນ​ໂອກາດ​ທ່ານ Tsutomu ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ເຢືອງ. ທ່ານ​ອາ​ດີດນາຍົກລັດຖະມົນຕີ ຟານ​ວັນ​ຂາຍ ​ໄດ້​ຊົມ​ເຊີຍ ​ແລະ ຂອບ​ໃຈ​ລັດຖະບານ​ຍີ່​ປຸ່ນ ທີ່​ຍາມ​ໃດ​ກໍ​ມີ​ນະ​ໂຍບາຍ​ໃຫ້​ບຸລິມະ​ສິດ, ຊ່ວຍ​ເຫຼືອຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງທຶນ ODA ​ເຊິ່ງນັບ​ມື້​ນັບ​ເພີ່ມ​ຂື້ນ​ສູງ, ກໍ​ຄື​ບັນດາ​ນັກ​ລົງທຶນ​ຍີ່​ປຸ່ນ​ ສືບ​ຕໍ່​ເອົາ​ໃຈ​ໃສ່, ລົງທຶນ​ເຂົ້າ​ຫວຽດນາມ. ທ່ານອາ​ດີດນາຍົກລັດຖະມົນຕີ ຟານ​ວັນ​ຂາຍ ກໍ່​ໄດ້​ໂອ້​ລົ​ມ ​ແລະ ຖາມ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຍີ່ປຸ່ນ ​ແລະ ວິວັດ​ການ​ສ້າງສາ​ປະ​ເທດ​ຊາດ​ຄືນ​ໃໝ່​ພາຍຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ ​ແລະ ຄື້ນຟອງຍັກກ່ອນ​ນີ້​ໜື່ງປີ, ​ທ່ານ​ກໍເນັ້ນ​ໜັກ​ວ່າ ພາຍຫຼັງ​ເກີດ​ເຫດແຜ່ນ​ດິນ​ໄຫວ ​ແລະ ຄື້ນ​ຟອງຍັກຢູ່​ຍີ່​ປຸນ, ຫວຽ​ດນາມ​ ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ຍີ່​ປຸນ, ສະ​ແດງ​ຈິດ​ໃຈ​ສາມັກ​ຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

     ທ່ານ Takebe Tsutomu ​ເຊື້ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ສາຍ​ພົວພັນ​ລະ​ຫວ່າງ​ຫວຽດນາມ - ຍີ່​ປຸ່ນ ຈະສືບ​ຕໍ່​​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ, ນັບ​ທັງ​ດ້ານ​ການ​ຄ້າ, ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ກໍ​​ໄດ້ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ສະພາບ​​ເສດຖະກິດ​ໂລກ​ພວມຊຸດ​​ໂຊມ.
ຂ່າວ/ບົດ​ອື່ນ