ອາບການິດສຖານ ກ່າວຜູກໂທດອາເມລິກາ ແລະ ຕາລີບານ ດຳເນີນການເຈລະຈາສັນຕິພາບລັບ
(ພາບປະກອບ)
(vovworld) - ວັນທີ 10/03, ທ່ານປະທານນາທິບໍດີອາບການິດສຖານ Hamid Karzai ໃຫ້ຮູ້ວ່າ ອາເມລິກາ ແລະ ກຳລັງທະຫານກະບົດຕາລີບານ ຢູ່ອາບການິດສຖານ ພວມດຳເນີນບັນດາການເຈລະຈາສັນຕິພາບລັບຢູ່ ກວາຕາ. ທ່ານປະທານາທິບໍດີ Hamid Karzai ຍັງກ່າວຜູກໂທດຕາລີບານ ແລະ ອາເມລິກາ ພວມຮ່ວມມືກັນເພື່ອເກ້ຍກ່ອມໃຫ້ປະຊາຊົນອາບການິດສຖານ ວ່າ ສະພາບການໃຊ້ຄວາມຮຸນແຮງນັບມື້ນັບຊົ່ວຮ້າຍລົງ ຖ້າຫາກທະຫານຕ່າງປະເທດທັງໝົດຖອນຈາກປະເທດ. ບັນດາການບຸກໂຈມຕີສະຫຼະຊີບຂອງຕາລີບານ ໄດ້ເພີ່ມຂຶ້ນໃນໄລຍະຫວ່າງມໍ່ໆມານີ້ ແມ່ນແນໃສ່ຮັບໃຊ້ອາເມລິກາ ເພື່ອແກ່ຍາວການສູ້ຮົບ ແລະ ຊີ້ໃຫ້ເຫັນວ່າ ອາບການິດສຖານ ຕ້ອງການໄດ້ຮັບການຊ່ວຍເຫຼືອຈາກກຳລັງຕ່າງປະເທດ. ແຕ່ວ່າ, ນັບທັງອາເມລິກາ ແລະ ຕາລີບານ ລ້ວນແຕ່ປະຕິເສດຂໍ້ມູນຂ່າວດັ່ງກ່າວ. ທ່ານປະທານາທິບໍດີ Hamid Karzai ໄດ້ວາງວິວັດທະນາການສັນຕິພາບອອກມາເພື່ອແນໃສ່ເກ້ຍກ່ອມໃຫ້ຕາລີບານ ແລະ ບັນດາກຸ່ມລູກຮື້ຂຶ້ນພາຍໃນປະເທດເຫັນດີຕໍ່ການຢຸດຍິງ. ຕາລີບານ ໄດ້ຖະແຫຼງວ່າ ບໍ່ໄວ້ເນື້ອເຊື່ອໃຈຕໍ່ລັດຖະບານອາບການິດສຖານ ແລະ ກ່າວຜູກໂທດວ່າ ອຳນາດການປົກຄອງໃນປະຈຸບັນພວມຢູ່ພາຍໃຕ້ການຊີ້ນຳຂອງອາເມລິກາ.