ອາບການິດສຖານ: ຕາລີບານ ບຸກໂຈມຕີ ສະໜາມບິນຢູ່ນະຄອນຫຼວງ ແລະ ຖານທີ່ໝັ້ນການທະຫານອາເມລິກາ

ອາບການິດສຖານ: ຕາລີບານ ບຸກໂຈມຕີ ສະໜາມບິນຢູ່ນະຄອນຫຼວງ ແລະ ຖານທີ່ໝັ້ນການທະຫານອາເມລິກາ - ảnh 1
(ພາບປະກອບ: Reuters)

(vovworld) –  ວັນ​ທີ 12/05, ທະຫານ​ກະບົດ​ຕາ​ລີ​ບານ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ 2 ຄັ້ງ ​ແນ​ໃສ່​ສະໜາມ​ບິນ​ສາກົນ​ຢູ່​ນະຄອນຫຼວງ ກາ​ບູນ, ປະ​ເທດ​ອາບ​ກາ​ນິດ​ສຖານ ​ແລະ ທີ່​ໝັ້ນ​ການ​ທະຫານ​​ໃຫຍ່​ກວ່າ​ໝູ່​ຂອງອາ​ເມ​ລິ​ກາ ຢູ່​ໃກ້​ກັບ​ນະຄອນຫຼວງ. ​ເຫດການ​ນີ້​​​ໄດ້ຮັບ​ຖື​ວ່າ​ແມ່ນ​ການ​ກະທຳ​ເປີດ​ສາກ​ບັ້ນ​ຮົບການ​ບຸກ​ໂຈມ​ຕີ​ປະຈຳ​ປີ​ຂອງ​ຕາ​ລີ​ບານ ​ໃນ​ລະດູບານ​ໃໝ່. ກະຊວງ​ພາຍ​ໃນ ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ ລູກຈະ​ຫຼວດ 2 ລູກ ​ໄດ້​ຕົກ​ຢູ່ສະໜາມ​ບິນ​ສາກົນ ກາ​ບູນ ​ເຊິ່ງ​​​ເຄີຍໄດ້​ຮັບ​ການ​ປ້ອງ​ກັນຢ່າງ​ເຄັ່ງຄັດ, ​ແຕ່ບໍ່​ກໍ່​ຄວາມ​ລົ້ມ​ຫາຍ​ຕາຍ​ຈາກ. ​ໃນ​ຂະນະ​ນັ້ນ, ກຳລັງ​ທະຫານ​ປະສົມ​ໂດ​ຍອາ​ເມລິ​ກາ ນຳ​ໜ້າ ​ໃຫ້​ຮູ້​ວ່າ ມີລູກຈະ​ຫຼວດ 4 ລູກ ​ໄດ້​ຕົກ​ໃສ່ຖານ​ທີ່​ໝັ້ນ​ການ​ທະຫານ ບາຣາມ ຂອງ​ອາ​ເມ​ລິ​ກາ ຢູ່​ໃກ້​ກັບ​ນະຄອນຫຼວງ ກາ​ບູນ. ​ເຫດການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ກໍ່ບໍ່​ມີ​ຜູ້​ຖືກ​​ເສຍ​ຊີວິດ ​ແລະ ບາດ​ເຈັບ.

ຂ່າວ/ບົດ​ອື່ນ