ພາບປະກອບ: vnexpress.net
(vovword) - ວັນທີ 27 ແລະ 28/6, ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) ທີ່ມີສຳນັກງານຕັ້ງຢູ່ນະຄອນຫລວງ ວໍຊິງຕັນ ຂອງອາເມລິກາ ໄດ້ຈັດຕັ້ງກອງປະຊຸມສຳມະນາປະຈຳປີ ກ່ຽວກັບຄວາມໝັ້ນຄົງທາງທະເລຢູ່ເຂດ ທະເລຕາເວັນອອກ. ພາຍໃຕ້ຫົວຂໍ້ວ່າ: “ທະເລຕາເວັນອອກ ແລະ ອາຊີປາຊີຟີກ ໃນໄລຍະຂ້າມຜ່ານ, ຊອກຫາມາດຕະການເພື່ອແກ້ໄຂການພິພາດ”, ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາທີ່ມາຈາກບັນດາປະເທດ ອາຊີ ແລະ ອາເມລິກາ. ໃນສອງວັນດຳເນີນກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາຈະສຸມໃສ່ປຶກສາຫາລື 5 ບັນຫາຕົ້ນຕໍຄື: ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ເຂດທະເລຕາເວັນອອກ, ບັນຫາທະເລຕາເວັນອອກໃນການພົວພັນລະຫວ່າງ ອາຊຽນ ແລະ ອາເມລິກາ - ຈີນ; ຕີລາຄາສະພາບການທະເລຕາເວັນອອກໃນສະພາບພາກພື້ນມີການປ່ຽນແປງຫລາຍຢ່າງ; ບົດບາດຂອງກົດໝາຍສາກົນໃນການແກ້ໄຂການພິພາດເຂດດິນແດນ ແລະ ບັນດາຂໍສະເຫນີທີ່ມີລັກສະນະນະໂຍບາຍເພື່ອເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຢູ່ເຂດທະເລຕາເວັນອອກ.
Minh Hien ນັກຂ່າວ VOV ປະຈຳອາເມລິກາ