ອາເມລິກາ ຈັດວາງບັນດາມາດຕະການລົງໂທດສຳລັບກະຊວງສືບລາຊະການລັບ ແລະປ້ອງກັນຄວາມສະຫງົບ ອີຣານ

(VOVWORLD) -ຂໍ້ຕົກລົງຂອງ ອາເມລິກາ ໄດ້ຍົກອອກມາ ໃນສະພາບວັນທີ 7 ກັນຍາ,  Albania ຖະແຫລງຢຸດຕິການພົວພັນທາງການທູດກັບ ເຕເຮຣານ 
ອາເມລິກາ ຈັດວາງບັນດາມາດຕະການລົງໂທດສຳລັບກະຊວງສືບລາຊະການລັບ ແລະປ້ອງກັນຄວາມສະຫງົບ ອີຣານ - ảnh 1ພາບປະກອບ: IndustryWeek

ວັນທີ 9 ກັນຍາ, ອາເມລິກາ ຈັດວາງບັນດາມາດຕະການລົງໂທດສຳລັບ ກະຊວງສືບລາຊະການລັບ ແລະປ້ອງກັນຄວາມສະຫງົບ ອີຣານ ພ້ອມກັບຫົວຫນ້າຂອງກະຊວງນີ້ ແລະ ຖືວ່າ ອົງການນີ້ ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີເພື່ອເລັ່ງໃສ່ Albania ກ່ອນນີ້ 2 ເດືອນ ພ້ອມກັບບັນດາການເຄື່ອນໄຫວຕ້ານ ອາເມລິກາ ແລະ ບັນດາປະເທດພັນທະມິດ ທາງເຄືອຂ່າຍອິນເຕີ້ເນັດ.

ຂໍ້ຕົກລົງຂອງ ອາເມລິກາ ໄດ້ຍົກອອກມາ ໃນສະພາບວັນທີ 7 ກັນຍາ,  Albania ຖະແຫລງຢຸດຕິການພົວພັນທາງການທູດກັບ ເຕເຮຣານ ພາຍຫລັງວົງການເຈົ້າຫນ້າທີ່ປະເທດ ເອີລົບຕາເວັນອອກສ່ຽງໃຕ້ ຖືວ່າ ເຕເຮຣານ ໄດ້ປະຕິບັດເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດເພື່ອເລັ່ງໃສ່ ຫນ້າເວັບຂອງລັດຖະບານ Albania ໃນວັນທີ 15 ກໍລະກົດ ຜ່ານມາ. Albania ກໍ່ຮຽກຮ້ອງບັນດາລັດຖະກອນການທູດ ຢູ່ ສະຖານທູດ ອີຣານ ຕ້ອງອອກຈາກປະເທດນີ້.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໄດ້ອອກຖະແຫລງການ “ຄັດຄ້ານຢ່າງແຮງ” ຕໍ່ຂໍ້ຕົກລົງຂອງ Albania ກ່ຽວກັບເລື່ອງຢຸດຕິການພົວພັນທາງການທູດ ກັບເຕເຮຣານ ພ້ອມທັງຢັ້ງຢືນວ່າ ສາຍເຫດ ຊື່ງ Tirana ຍົກອອກມາແມ່ນເພື່ອອະທິບາຍໃຫ້ການກະທຳນີ້ ແມ່ນ “ໄຮ້ຫລັກຖານ”.

ຕອບກັບ

ຂ່າວ/ບົດ​ອື່ນ