ອາ​ເມ​ລິ​ກາ - ຈີນ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

(VOVWORLD) -ວັນທີ 1 ພະຈິກ, ຈີນ ແລະ ອາເມລິກາ ລ້ວນແຕ່ປະກາດວ່າ ບັນລຸໄດ້ຄວາມຄືບໜ້າມຸ່ງໄປເຖິງການສຳເລັດ “ໄລຍະ 1” ຂອງຂໍ້ຕົກລົງດ້ານການຄ້າສອງຝ່າຍ, ພາຍຫຼັງ ການຈັດວາງພາສີໂຕ້ຕອບກັນເປັນເວລາເກືອບ 16 ເດືອນ ເຮັດໃຫ້ການເຕີບໂຕທົ່ວໂລກຊັກຊ້າ. 
ອາ​ເມ​ລິ​ກາ - ຈີນ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ - ảnh 1ທ່ານ Robert Lighthizer ຜູ້ຕາງໜ້າການຄ້າອາເມລິກາ, ທ່ານ ຫຼຽວເຄືອຮອງນາຍົກລັດຖະມົນຕີຈີນ ແລະ ທ່ານ Steven Mnuchin ລັດຖະມົນຕີການເງິນອາເມລິກາ ຢູ່ການເຈລະຈາດ້ານການຄ້າຢູ່ ວໍຊິງຕັນ ໃນວັນທີ 10 ຕຸລາ 2019 (ພາບ: AFP/TTXVN) 

ສອງຝ່າຍໄດ້ດຳເນີນການປຶກສາຫາລືຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາການຄ້າຫຼັກແຫຼ່ງ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບດ້ານຫຼັກການ. ປັດຈຸບັນ, ສອງຝ່າຍຍັງສືບຕໍ່ເຮັດວຽກເພື່ອເຫັນດີເປັນເອກະພາບຕໍ່ບັນດາມາດຕາໃນຂໍ້ຕົກລົງເພື່ອໃຫ້ໄດ້ລົງນາມໃນທ້າຍເດືອນນີ້.

ແລະ ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານພວມຊັ່ງຊາຕໍ່ການປ່ຽນສະຖານທີ່ດຳເນີນການພົບປະກັບທ່ານ ປະທານປະເທດຈີນ  ສີຈິ້ນຜິງ. ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Donald Trump ໃຫ້ຮູ້ວ່າ ບັນດາການເຈລະຈາກັບຈີນ “ພວມມີຄວາມຄືບໜ້າ”, ແລະກໍ່ ເນັ້ນໜັກວ່າ ບໍ່ຢາກເປີດເຜີຍລາຍລະອຽດຕື່ມອີກຈົນຮອດເວລາ ຂໍ້ຕົກລົງສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ