ອາເມລິກາ, ຈີນປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນຫາ ສປປ.ເກົາຫຼີ

(VOVWORLD) -ວັນທີ 05 ພຶດສະພາ, ທ່ານ ຢ໋າງເຈ໋ຍຈື໋ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Mike Pompeo ໄດ້ມີການໂອ້ລົມທາງໂທລະສັບ ເພື່ອປຶກສາແລກປ່ຽນທັດສະນະກ່ຽວກັບການພົວພັນສອງຝ່າຍ ແລະ ບັນຫາຢູ່ແຫຼມເກົາຫຼີ

ອາເມລິກາ, ຈີນປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນຫາ ສປປ.ເກົາຫຼີ - ảnh 1ທ່ານ ຢ໋າງເຈ໋ຍຈື໋ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ Mike Pompeo  

(ພາບ:THX/AFP/TTXVN)

ກະຊວງການຕ່າງປະເທດຈີນ ໃຫ້ຮູ້ເມື່ອວັນທີ  06 ພຶດສະພາວ່າ ທ່ານ ຢ໋າງເຈ໋ຍຈື໋  - ທັງເປັນຫົວໜ້າເລຂາຄະນະກຳມະການວຽກງານພົວພັນຕ່າງປະເທດສູນກາງ, ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງອາເມລິກາ - ຈີນ ພວມຢູ່ໃນໄລຍະສຳຄັນທີ່ສຸດ, ສອງຝ່າຍຕ້ອງປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນລະຫວ່າງການນຳສອງປະເທດຢ່າງເຂັ້ມງວດ, ພ້ອມທັງເພີ່ມທະວີການພົວພັນແລກປ່ຽນສອງຝ່າຍຂັ້ນສູງສຸດ ກໍຄືບັນດາຂັ້ນຕ່າງໆອີກດ້ວຍ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ; ພ້ອມທັງຢືນຢັນວ່າ ອາເມລີກາຖື ການພົວພັນກັບຈີນເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ພົວພັນ ແລະ ຮ່ວມມືກັບຈີນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ.

        ເມື່ອປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານ ຢ໋າງເຈ໋ຍຈື໋ ໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງຈີນກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ, ສັນຕິພາບ ແລະສະຖຽນລະພາບ, ກໍຄືການແກ້ໄຂບັນຫາຜ່ານການເຈລະຈາ ແລະ ປຶກສາຫາລື. ຕາມນັ້ນແລ້ວ, ປັກກິ່ງຫວັງວ່າ ທຸກຝ່າຍສາມາດພິຈາລະນາວິທີການສຳຜັດພ້ອມໆກັນ ໂດຍການສະເໜີຂອງຈີນ, ລວມທັງຊຸກຍູ້ການສ້າງແຫຼມເກົາຫຼີປອດນິວເຄຼຍ ພ້ອມກັບການສ້າງກົນໄກສັນຕິພາບອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ