(VOVWORLD) -ບັນດາຜູ້ທີ່ປຶກສາເຂົ້າຮ່ວມວິວັດການປຶກສາຫາລືພາຍໃນກຸ່ມ ພວມຊັ່ງຊາຄວາມເປັນໄປໄດ້ໃນການວາງອອກລັດຖະດຳລັດ ໂດຍທ່ານ ປະທານາທິບໍດີ Joe Biden ລົງນາມໃນ 2 – 3 ອາທິດ ຫຼື 2 - 3 ເດືອນຈະມາເຖິງ
ຄຸກທະຫານ Guantanamo (ພາບ: AFP/TTXVN) |
ວັນທີ 12 ກຸມພາ, ເຈົ້າໜ້າທີ່ທຳນຽບຂ່າວທ່ານໜຶ່ງໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເລີ່ມເຄື່ອນໄຫວໂຄງການຕີລາຄາຄືນອະນາຄົດຂອງຄຸກທະຫານ ອາເມລິກາ ຢູ່ອ່າວ Guantanamo ຢ່າງເປັນທາງການ ດ້ວຍເປົ້າໝາຍປິດປະຕູຮາກຖານທີ່ສ້າງການໂຕ້ຖຽງກັນນີ້.
ບັນດາຜູ້ທີ່ປຶກສາເຂົ້າຮ່ວມວິວັດການປຶກສາຫາລືພາຍໃນກຸ່ມ ພວມຊັ່ງຊາຄວາມເປັນໄປໄດ້ໃນການວາງອອກລັດຖະດຳລັດ ໂດຍທ່ານ ປະທານາທິບໍດີ Joe Biden ລົງນາມໃນ 2 – 3 ອາທິດ ຫຼື 2 - 3 ເດືອນຈະມາເຖິງ, ຜ່ານນັ້ນ ອອກສັນຍານກ່ຽວກັບຄວາມມານະພະຍາຍາມປິດປະຕູຄຸກທະຫານ Guantanamo.