ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ຜັນຂະຫຍາຍກົນໄກແບ່ງປັນຂໍ້ມູນກ່າວເຕືອນກ່ຽວກັບລູກສອນໄຟ ນັບແຕ່ເດືອນ ທັນວາ ຈະມາເຖິງ
(VOVWORLD) - ບັນດາເຈົ້າໜ້າທີ່ປ້ອງກັນຊາດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຫັນດີຜັນຂະຫຍາຍລະບົບແບ່ງປັນຂໍ້ມູນກ່າວເຕືອນກ່ຽວກັບລູກສອນໄຟ ອັບເດດເວລາຕົວຈິງ ນັບແຕ່ເດືອນທັນວາຈະມາເຖິງ, ເພື່ອຄົ້ນພົບ ແລະ ຕີລາຄາບັນດາເຫດຍິງລູກສອນໄຟນຳວິຖີຂອງ ສ.ເກົາຫຼີ ໄດ້ຢ່າງຊັດເຈນກວ່າ.
ປະຊາຊົນຕິດຕາມຂ່າວກ່ຽວກັບການຍິງລູກສອນໄຟຂອງ ສປປ.ເກົາຫຼີ ຜ່ານໂທລະພາບ (ພາບ: AFP/TTXVN) |
ວັນທີ 12 ພະຈິກ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ເຫັນດີຜັນຂະຫຍາຍລະບົບແບ່ງປັນຂໍ້ມູນກ່າວເຕືອນກ່ຽວກັບລູກສອນໄຟ ອັບເດດເວລາຕົວຈິງ ນັບແຕ່ເດືອນທັນວາຈະມາເຖິງ, ເພື່ອຄົ້ນພົບ ແລະ ຕີລາຄາບັນດາເຫດຍິງລູກສອນໄຟນຳວິຖີຂອງ ສ.ເກົາຫຼີ ໄດ້ຢ່າງຊັດເຈນກວ່າ.
ກະຊວງປ້ອງກັນປະເທດ 3 ປະເທດ ບັນລຸໄດ້ຂໍ້ຕົກລົງແບ່ງປັນຂໍ້ມູນໃນກອງປະຊຸມ ເຊິ່ງຈັດຂຶ້ນເນື່ອງໃນໂອກາດລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄປຍັງ ເຊອູນ ເຂົ້າຮ່ວມການເຈລະຈາດ້ານຄວາມໝັ້ນຄົງສອງຝ່າຍປະຈຳປີ ກັບຄູ່ຕຳແໜ່ງ ສ.ເກົາຫຼີ Shin Won – sik, ເຊິ່ງໄດ້ດຳເນີນໃນວັນທີ 13 ພະຈິກ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Minoru Kihara ເຂົ້າຮ່ວມກອງປະຊຸມ 3 ຝ່າຍດ້ວຍຮູບແບບທາງໄກ.
ບັນດາຝ່າຍກໍເຫັນດີສືບຕໍ່ເປີດກວ້າງການເຄື່ອນໄຫວຝຶກແອບ 3 ຝ່າຍໃນຂົງເຂດທີ່ແຕກຕ່າງກັນໃນອະນາຄົດ.