ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ອອກຖະແຫຼງການຮ່ວມກ່າວປະນາມ ສປປ.ເກົາຫຼີ

ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ອອກຖະແຫຼງການຮ່ວມກ່າວປະນາມ ສປປ.ເກົາຫຼີ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 31/01, ທີ່​ກອງ​ປະຊຸມ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ການ​ທູດ ​ແລະ ປ້ອງ​ກັນຊາ​ດຂອງ​ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ, ບັນດາ​ຝ່າຍ​ໄດ້ຍົກ​ອອກ​ຖະ​ແຫຼ​ງການ​ຮ່ວມ​ເພື່ອ​ແນ​ໃສ່​ກ່າວ​ປະນາມ​ເລື່ອງ ສປປ.​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ. ຖະ​ແຫຼ​ງການ​ຮ່ວມ​ຢືນຢັນ​ວ່າ ການ​ທົດ​ລອງ​ນິວ​ເຄຼຍທີ່​ຊ້ອນ​ແຟງ​ຄວາມ​ເປັນ​ອັນຕະລາຍຂອງ ສປປ.​ເກົາຫຼີ ຈະ​ນາບ​ຂູ່​ສັນຕິພາບ, ຄວາມ​ສະຫງົບອດ​ໄພ​ໃນ​ໂລກ ​ແລະ ພາກ​ພື້ນ. ​ແຜນການ​ທົດ​ລອງ​ນິວ​ເຄຼຍ, ພ້ອມ​ກັບ​ການ​ຍິງ​ລູກ​ສອນ​​ໄຟ​ຂອງ​ປະ​ເທດ​ນີ​ເມື່ອ​ເດືອນ 12/2012 ​ແມ່ນ​ການ​ກະທຳ​ທີ່​ນາບ​ຂູ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ກໍ​ຄື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້ ສປປ.​ເກົາຫຼີ ຢຸດຕິ​ການດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ. ຖະ​ແຫຼ​ງການ​ໃຫ້​ຮູ້​ວ່າ 3 ປະ​ເທດ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ມີ​ແຜນການ​ຮ່ວມ​ມື​ກັບ​ຈີນ ​ແລະ ລັດ​ເຊຍ ​ເພື່ອ​ກີດຂວາງ ສປປ.​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 3​.

        ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ ​ແລະ ປ້ອງ​ກັນຊາ​ດຂອງ​ຍີ່ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ກໍ​ຢືນຢັນ​ຫຼັກ​ໝັ້ນ​ຮ່ວມ​ມື​ໃນ​ກໍລະນີ​ທີ່​ອຳນາ​ດການ​ປົກຄອງ​ສປປ.​ເກົາຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 3.

ຂ່າວ/ບົດ​ອື່ນ