(VOVWORLD) - ນີ້ແມ່ນການທົດລອງລູກສອນໄຟທີ 2 ຂອງ ທຳນຽບ 5 ແຈ.
ເຫດການທົດລອງລູກສອນໄຟໄລຍະໄກ ຂອງ ອາເມລິກາ (ພາບ: AFP/TTXVN) |
ວັນທີ 12 ທັນວາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ທົດລອງ ລູກສອນໄຟນຳວິຖີໄລຍະທຳມະດາ ຍິງຈາກໜ້າດິນ, ໃນເມື່ອກ່ອນ ການກະທຳນີ້ ຖືກເກືອດຫ້າມຕາມ ສົນທິສັນຍາ ບັນດາກຳລັງນິວເຄຼຍໄລຍະກາງ(INF).
ໃນຖະແຫຼງການໜຶ່ງ, ທຳນຽບ 5 ແຈ ໃຫ້ຮູ້ວ່າ ການທົດລອງລູກສອນໄຟນຳວິຖີໄດ້ດຳເນີນຢູ່ຖານທີ່ໝັ້ນກອງທັບອາກາດ Vandenberg ຢູ່ ລັດ California.