ພົນຕີ Herbert Raymond McMaster, ຜູ້ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ
(ພາບ: NBC News)
|
(vovworld) – ພົນຕີ Herbert Raymond McMaster, ຜູ້ປຶກສາການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, ໃຫ້ຮູ້ວ່າ: ອາເມລິກາ ພ້ອມກັບບັນດາສຳພັນທະມິດ ແລະ ຈີນ ພວມພິຈາລະນາບັນດາປະຕິກິລິຍາສຳລັບການທົດລອງລູກສອນໄຟນຳວິຖີທີ່ຫາກໍ່ຖືກປະລະໄຊຂອງ ສປປ ເກົາຫຼີ, ພ້ອມທັງເນັ້ນໜັກວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ຄິດໄລ່ຊັ່ງຊາເຖິງການກະທຳດ້ານການທະຫານສຳລັບ ສປປ ເກົາຫຼີ ໃນຈຸດເວລານີ້. ວັນທີ 16/4, ກ່າວຄຳເຫັນໃນຊ່ອງໂທລະພາບ ABC, ພົນຕີ Herbert Raymond McMaster ໄດ້ຢັ້ງຢືນວ່າ: ຮອດເວລາແລ້ວທີ່ ອາເມລິກາ ຕ້ອງປະຕິບັດທຸກໆການກະທຳທີ່ສາມາດເປັນໄປໄດ້, ເວັ້ນເສຍແຕ່ການກະທຳດ້ານການທະຫານ ເພື່ອແນໃສ່ແກ້ໄຂບັນຫານີ້ໂດຍສັນຕິວິທີ.
ອາທິດກ່ອນ, ເຈົ້າໜ້າທີ່ ອາເມລິກາ ບາງທ່ານໄດ້ເວົ້າວ່າ: ອາເມລິກາ ພວມສຸມໃສ່ເຂົ້າຍຸດທະສາດກັບ ສປປ ເກົາຫຼີ, ໃນນັ້ນ ເນັ້ນໜັກເຖິງບັນດາມາດຕະການລົງໂທດດ້ານເສດຖະກິດທີ່ແຂງກະດ້າງກ່ວາ, ອາດຈະລວມມີການຂວ້ຳບາດນ້ຳມັນບໍ່, ຫ້າມບິນທົ່ວໂລກສຳລັບບໍລິສັດການບິນແຫ່ງຊາດ ສປປ ເກົາຫຼີ, ສະກັດກັ້ນບັນດາກ່ຳປັ່ນຂົນສົ່ງສິນຄ້າຂອງ ສປປ ເກົາຫຼີ.