ອາ​ເມ​ລິ​ກາ ບໍ່​ຕັ້ງ​ຄວາມຫວັງຫຼາຍ​​ຕໍ່ບັນ​ດາ​ການ​ເຈ​ລະ​ຈາ​ທາງອ​້ອມ​ກັບ ອີ​ຣານ

(VOVWORLD) -ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາທາງອ້ອມຢູ່ນະຄອນຫຼວງ Vienna ປະເທດ ໂອຕາລິດ ໄດ້ສຸມໃສ່ບັນດາບາດກ້າວນິວເຄຼຍ ທີ່ອີຣານ ຕ້ອງປະຕິບັດ ກໍ່ຄືບັນດາບາດກ້າວຫຼຸດຜ່ອນຄຳສັ່ງລົງໂທດ ທີ່ ອາເມລິກາ ຕ້ອງດຳເນີນເພື່ອໃຫ້ທັງສອງຝ່າຍກັບຄືນເຂົ້າສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ
ອາ​ເມ​ລິ​ກາ ບໍ່​ຕັ້ງ​ຄວາມຫວັງຫຼາຍ​​ຕໍ່ບັນ​ດາ​ການ​ເຈ​ລະ​ຈາ​ທາງອ​້ອມ​ກັບ ອີ​ຣານ - ảnh 1ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: TTXVN)

ວັນທີ 8 ເມສາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ບໍ່ຕັ້ງຄວາມຫວັງຫຼາຍ ຕໍ່ບັນດາການເຈລະຈາທາງອ້ອມກັບ ອີຣານ ກ່ຽວກັບເລື່ອງກັບຄືນເຂົ້າສູ່ຂໍ້ຕົກລົງນິວເຄຼຍ ທີ່ໄດ້ຮັບການລົງນາມເມື່ອປີ 2015 (ຫຼືຍັງໄດ້ເອີ້ນວ່າ ແຜນການກະທຳລວມຮອບດ້ານ JCPOA).

        ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາທາງອ້ອມຢູ່ນະຄອນຫຼວງ Vienna ປະເທດ ໂອຕາລິດ ໄດ້ສຸມໃສ່ບັນດາບາດກ້າວນິວເຄຼຍ ທີ່ອີຣານ ຕ້ອງປະຕິບັດ ກໍ່ຄືບັນດາບາດກ້າວຫຼຸດຜ່ອນຄຳສັ່ງລົງໂທດ ທີ່ ອາເມລິກາ ຕ້ອງດຳເນີນເພື່ອໃຫ້ທັງສອງຝ່າຍກັບຄືນເຂົ້າສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ. ຕາມທ່ານ Ned Price ແລ້ວ, ການເຈລະຈາໄດ້ຮັບຖືວ່າມີລັກສະນະສ້າງສັນ ແລະ ບັນລຸໄດ້ເປົ້າໝາຍທີ່ວາງອອກ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ຈະບໍ່ຕັ້ງຄວາມຫວັງຫຼາຍ ຕໍ່ຮອບເຈລະຈາຄັ້ງນີ້ ແລະ ຖືວ່າ ນີ້ພຽງແຕ່ບາດກ້າວເຕັກນິກເບື້ອງຕົ້ນໃຫ້ບັນດາຮອບເຈລະຈາຄັ້ງຕໍ່ໆໄປ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ