( vovworld ) - ວັນທີ 31/5, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Leon Paneta ໄດ້ຖະແຫຼງວ່າ ວໍຊິງເຕັນ ຈະບໍ່ມີການກະທຳແຊກແຊງດ້ານການທະຫານໃດໆຢູ່ຊີຣີ ເວັ້ນເສຍໄດ້ຮັບການສະໜັບສະໜູນຈາກສະຫະປະຊາຊາດ. ແຕ່ທ່ານກໍໄດ້ເນັ້ນໜັກວ່າ ອາເມລິກາ ຍັງຄົງຈະປະຕິບັດທຸກໆແຜນການກະທຳໃນອະນາຄົດ. ແລະ ກໍໃນວັນດຽວກັນ, ທ່ານເລຂາທຳນຽບຂາວ Jau Carney ໄດ້ຮຽກຮ້ອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Basha al Assad ດຳເນີນການມອບໂອນການເມືອງໂດຍສັນຕິຢູ່ປະເທດນີ້ໂດຍໄວ ຖ້າຫາກບໍ່ຫວັງໃຫ້ເກີດສົງຄາມກາງເມືອງທີ່ນອງເລືອດ. ທ່ານຍັງຮຽກຮ້ອງໃຫ້ວົງຄະນະຍາດສາກົນຄວນສືບຕໍ່ກໍ່ກຳລັງດັນ ແລະ ເຮັດໃຫ້ອຳນາດການປົກຄອງຂອງທ່ານ Assad ຖືກຕົກຢູ່ໂດດດຽວເພື່ອເປີດຊ່ອງທາງໃຫ້ວິວັດການມອບໂອນການເມືອງຢ່າງຮອບດ້ານ, ແຕ່ຍັງຮັກສາທັດສະນະກ່ຽວກັບເລື່ອງອາເມລິກາຈະບໍ່ແຊກແຊງດ້ານການທະຫານຢູ່ຊີຣີ ຍ້ອນມີຄວາມເປັນຫ່ວງກັງວົນວ່າ ຈະເຮັດໃຫ້ສະພາບການຢູ່ປະເທດນີ້ສັບສົນຂຶ້ນຕື່ມ. ຂ່າວຍັງໃຫ້ຮູ້ວ່າ: ວັນທີ 31/5, 6 ພັກໃໝ່ທີ່ຫາກໍ່ສ້າງຕັ້ງຂຶ້ນຢູ່ຊີຣີ ໄດ້ຮຽກຮ້ອງຝ່າຍຄ້ານດຳເນີນການເຈລະຈາຢ່າງເຂັ້ມງວດເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ວິກິດການຢູ່ປະເທດຕາເວັນອອກກາງນີ້. 6 ພັກດັ່ງກາວ ໄດ້ປະກາດສ້າງຕັ້ງສຳພັນທະມິດຄືດັ່ງພັນທະພາບການເມືອງເພື່ອແນໃສ່ສ້າງລັດປະຊາທິປະໄຕ. ສຳພັນທະມິດດັ່ງກ່າວ ກໍໃຫ້ຄຳໝັ້ນສັນຍາຮ່ວມມືກັບທຸກໆພັກຝ່າຍຢ່າງຈິງຈັ່ງ ເພື່ອແກ້ໄຂວິກິດການ.