ອາເມລິກາ ປະຕິເສດມະຕິຂອງສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງປົກປ້ອງຊາວ ປາແລັດສະຕິນ

(VOVWORLD) - ຕອນເຊົ້າວັນທີ 02 ມິຖຸນາ, ອາເມລິກາ ໄດ້ປະຕິເສດຮ່າງມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໂດຍ ຄູເວດ ຮຽບຮຽງ, 
ອາເມລິກາ ປະຕິເສດມະຕິຂອງສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງປົກປ້ອງຊາວ ປາແລັດສະຕິນ - ảnh 1 ອາເມລິກາ ປະຕິເສດມະຕິຂອງສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງປົກປ້ອງຊາວ ປາແລັດສະຕິນ (ພາບ: THX/TTXVN )

 ໃນນັ້ນ ໄດ້ຕຳໜິຕິຕຽນເລື່ອງ ອິດສະລາແອັນ ນຳໃຊ້ກຳລັງອາວຸດຕໍ່ກັບສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ແລະ ຮຽກຮ້ອງບັນດາມາດຕະການປົກປ້ອງຊາວ ປາແລັດສະຕິນ ໃນສະພາບປັດຈຸບັນຢ່າງຮີບດ່ວນ. ກອງປະຊຸມດຳເນີນໄປພາຍໃຕ້ການເປັນປະທານຂອງເອກອັກຄະລັດຖະທູດ ລັດເຊຍ ປະຈຳສະຫະປະຊາຊາດ ທ່ານ Vassily Nebenza. ໝາກຜົນຂອງການລົງຄະແນນສຽງແມ່ນ ມີບັດສະໜັບສະໜູນ 10 ບັດ, ບັດຄ້ານ 1 ບັດ ແລະ ບັດຂາວ 4 ບັດ. ຈີນ, ຝະຣັ່ງ ແລະ ລັດເຊຍ ນອນໃນຈຳນວນບັນດາປະເທດປ່ອນບັດສະໜັບສະໜູນຮ່າງມະຕິ, ໃນຂະນະນັ້ນ ອັງກິດ ປ່ອນບັດຂາວ.ເຖິງຢ່າງໃດກໍ່ຕາມ, ຮ່າງມະຕິບໍ່ໄດ້ຮັບຮອງເອົາ ຍ້ອນວ່າ ອາເມລິກາ ປ່ອນບັດຄັດຄ້ານ.

       

ຕອບກັບ

ຂ່າວ/ບົດ​ອື່ນ