(vovworld) - ວັນທີ 26/3, ວົງການເຈົ້າໜ້າທີ່ ອາເມລິກາ ຢືນຢັນວ່າບັນດາຖະແຫຼງການຫຼ້າສຸດຂອງ ສປປ ເກົາຫຼີ ກ່ຽວກັບເລື່ອງປຸກລະດົມການບຸກໂຈມຕີແນໃສ່ບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ໃນພາກພື້ນ ມະຫາສະໝຸດ ປາຊີຟິກ, ເຊິ່ງລວມມີເຂດດິນແດນ ອາເມລິກາ, Hawai ແລະ Guam ແມ່ນຮ້າຍແຮງທີ່ສຸດ. ຄຳຢືນຢັນນີ້ໄດ້ຍົກອອກມາພາຍຫຼັງ 1 ວັນທີ່ສຳນັກຂ່າວສານສູນກາງ KCNA ຄັດສະເໜີຖະແຫຼງການຂອງກອງບັນຊາການສູງສຸດກອງທັບປະຊາຊົນ ສປປ ເກົາຫຼີ ໃຫ້ຮູ້ວ່າ ບັນດາກົມກອງລູກສອນໄຟຍຸດທະສາດ ແລະ ປືນໃຫຍ່ໄລຍະໄກຂອງປະເທດນີ້ໄດ້ຮັບຄຳສັ່ງກຽມພ້ອມເຂົ້າຮ່ວມການບຸກໂຈມຕີຢູ່ໃນລະດັບສູງ ແນໃສ່ບັນດາເປົ້າໝາຍຂອງ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ George Little, ໂຄສົກທຳນຽບ 5 ແຈໄດ້ສະແດງຄວາມວິຕົກກັງວົນຕໍ່ຄຳຖະແຫຼງດັ່ງກ່າວຂອງຝ່າຍພຽງຢາງ, ແລະ ຖືວ່ານີ້ແມ່ນຄຳຖະແຫຼງທີ່ເປັນອັນຕະລາຍທີ່ສຸດ, ພ້ອມທັງຖະແຫຼງວ່າ ອາເມລິກາ ກຽມພ້ອມຮັບມືກັບທຸກໆກໍລະນີ.
ໂຄສົກຂອງທຳນຽບຂາວ Jay Carney ກໍ່ໄດ້ອອກຖະແຫຼງການຄ້າຍຄືກັນ ແລະ ໃຫ້ຮູ້ວ່າ ການກະທຳຂອງ ສປປ ເກົາຫຼີ ຈະເຮັດໃຫ້ສະພາບການໃນພາກພື້ນເຄັ່ງຕຶງຂຶ້ນຕື່ມ ແລະ ສົ່ງຜົນສະທ້ອນທີ່ຫຍໍ້ທໍ້ເຖິງປະເທດອື່ນ.